ພາສາລາວ

ຈີນຕອບໂຕ້ຕໍ່ກັບຫວຽດນາມຍື່ນແຜນຂີດແບ່ງໄຫຼ່ທະວີບຢູ່ທະເລຈີນໃຕ້ແຕ່ຝ່າຍດຽວ

cri2024-07-19 14:54:22
Share
Share this with Close
Messenger Pinterest LinkedIn

ວັນທີ 18 ກໍລະກົດນີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຕາມການລາຍງານຂ່າວຂອງກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ: ວັນທີ 17 ກໍລະກົດນີ້, ຫວຽດນາມໄດ້ຍື່ນແຜນຂີດແບ່ງໄຫຼ່ທະວີບຢູ່ທະເລຈີນໃຕ້ໃຫ້ແກ່ຄະນະກຳມະການຂອບເຂດໄຫຼ່ທະວີບຂອງອົງການສະຫະປະຊາຊາດ ຫຼື CLCS. ໃນມື້ດຽວກັນ, ຫວຽດນາມຍັງໄດ້ຍື່ນສານຄັດຄ້ານໃຫ້ແກ່ອົງການສະຫະປະຊາຊາດ ເພື່ອຕອບໂຕ້ແຜນ ຂີດແບ່ງໄຫຼ່ທະວີບຢູ່ທະເລຈີນໃຕ້ທີ່ຟີລິບປິນຍື່ນໃຫ້ອົງການສະຫະປະຊາຊາດໃນວັນທີ 14 ມິຖຸນາແລ້ວນີ້, ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານລິນຈ້ຽນກ່າວວ່າ: ຫວຽດນາມຍື່ນແຜນຂີດແບ່ງໄຫຼ່ທະວີບຢູ່ທະເລຈີນໃຕ້ໃຫ້ແກ່ຄະນະກຳມະການຂອບເຂດໄຫຼ່ທະວີບຂອງອົງການສະຫະປະຊາຊາດ ຫຼື CLCS ແຕ່ຝ່າຍດຽວ, ຈຸດຢືນທີ່ກ່ຽວຂ້ອງໄດ້ກວມເອົາບໍລິເວນສ່ວນໜຶ່ງຂອງໝູ່ເກາະໜານຊ່າຂອງຈີນ ເຊິ່ງໄດ້ລ່ວງລະເມີດອະທິປະໄຕດ້ານຜືນແຜ່ນດິນ ແລະ ຜົນປະໂຫຍດທາງທະເລຂອງຈີນ, ລະເມີດກົດໝາຍສາກົນຕ່າງໆ ເຊັ່ນ: ກົດບັດອົງການສະຫະປະຊາຊາດ, ສົນທິສັນຍາວ່າດ້ວຍກົດໝາຍທະເລຂອງອົງການສະຫະປະຊາຊາດ ແລະອື່ນໆ, ລະເມີດສັນຍາວ່າດ້ວຍຫຼັກການພື້ນຖານກ່ຽວກັບການແກ້ໄຂບັບຫາທາງທະເລລະຫວ່າງຈີນ-ຫວຽດນາມທີ່ສອງປະເທດລົງນາມຮ່ວມກັນ ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ທີ່ຈີນ ແລະ ປະເທດສະມາຊິກອາຊຽນ ລວມທັງຫວຽດນາມລົງນາມຮ່ວມກັນ. ຈີນເດັດດ່ຽວຄັດຄ້ານຕໍ່ກັບເລື່ອງນີ້, ທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ຫວຽດນາມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn