ພາສາລາວ

ອະດີດລັດຖະມົນຕີຕ່າງປະເທດອິນໂດເນເຊຍກ່າວວ່າ:ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແມ່ນຂໍ້ສຳຄັນທີ່ຈີນໄດ້ຮັບຜົນງານຢ່າງສະຫງ່າລາສີໃນປັດຈຸບັນນີ້

CRI2024-07-19 10:42:08
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານຮາຊານ ວິຣາຈູດາ ອະດີດລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍກ່າວວ່າ, ທ່ານຊົມເຊີຍເປັນຢ່າງສູງຕໍ່ແນວຄິດ ແລະມາດຕະການປົກຄອງປະເທດທີ່ລົງເລິກການປະຕິຮູບຢ່າງຮອບດ້ານ ເຊິ່ງນຳໂດຍທ່ານປະທານສີຈິ້ນຜິງ. ທ່ານເວົ້າວ່າ, ໃນຂະນະທີ່ສືບທອດ ແລະ ເສີມຂະຫຍາຍບົດຮຽນອັນສຳເລັດຜົນ ແລະ ມູນເຊື້ອທີ່ດີງາມ, ກ້າຜະເຊີນກັບບັນຫາ ແລະ ລົງເລິກການປະຕິຮູບ, ນີ້ແມ່ນຂໍ້ສຳຄັນທີ່ຈີນໄດ້ຮັບຜົນງານຢ່າງສະຫງ່າລາສີໃນປັດຈຸບັນນີ້.

ທ່ານເຊື່ອວ່າ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈະລົງເລິກຂະບວນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນຢ່າງຮອບດ້ານຕື່ມອີກ.

ທ່ານຮາຊານ ວິຣາຈູດາກ່າວຕື່ມວ່າ: ເປັນເວລາດົນນານມາແລ້ວ ແນວຄິດການພັດທະນາຂອງບັນດາປະເທດອາຊຽນກໍ່ກ້າວໄປໃນທິດທາງດຽວກັນກັບຈີນ,ຊ່ວຍຊຸຍູ້ໜູນເຊິ່ງກັນແລະກັນ. ທ່ານເວົ້າວ່າ, ແນວຄິດການພັດທະນາແບບສີຂຽວທີ່ລິເລີ່ມດ້ວຍຈີນຫາກໍ່ແມ່ນຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດອາຊຽນ.ຈີນໄດມີບົດຮຽນທີ່ປະສົບຜົນສຳເລັດເປັນຈຳນວນຢ່າງຫຼວງຫຼາຍໃນດ້ານການພັດທະນາ ແລະການນຳໃຊ້ເຕັກນິກພະລັງງານໃໝ່, ປະເທດອາຊຽນ ໂດຍສະເພາະແມ່ນອິນໂດເນເຊຍແມ່ນຢູ່ແຖວໜ້າຂອງໂລກໃນດ້ານປະລິມານສະສົມຂອງພະລັງງານສີຂຽວ, ແລະ ຕ້ອງການເຕັກນິກແລະ ຜະລິດຕະພັນພະລັງງານໃໝ່ຈາກປະເທດຈີນ. ທ່ານເຫັນວ່າ ໃນອະນາຄົດ ການຮ່ວມມືໃນຂົງເຂດພະລັງງານໃໝ່ ແລະ ການພັດທະນາແບບສີຂຽນລະຫວ່າງຈີນ ກັບ ບັນດາປະເທດອາຊຽນຈະມີກຳລັງບົ່ມຊ້ອນອັນມະຫາສານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn