ພາສາລາວ

ແພດນິຕິເວດສັນນິຖານເບື້ອງຕົ້ນວ່າ: 6 ຄົນທີ່ເສຍຊີວິດໃນໂຮງແຮມຢູ່ບາງກອກຂອງໄທແມ່ນຍ້ອນຖືກຢາພິດດ້ວຍສານເຄມີ cyanide (ໄຊອານາຍ)

cri2024-07-18 11:15:43
Share
Share this with Close
Messenger Pinterest LinkedIn

ວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ຕຳຫຼວດ ແລະ ພະແນກນິຕິເວດຊະສາດຂອງໂຮງພະຍາບານຈຸລາລົງກອນ ຮ່ວມກັນຈັດກອງປະຊຸມຖະແຫຼງຂ່າວໂດຍກ່າວວ່າ: ແພດນິຕິເວດໄດ້ສັນນິຖານເບື້ອງຕົ້ນວ່າ: 6 ຄົນທີ່ເສຍຊີວິດໃນໂຮງແຮມຢູ່ບາງກອກຂອງໄທໃນວັນທີ 16 ກໍລະກົດນີ້ ແມ່ນຍ້ອນຖືກຢາພິດດ້ວຍສານເຄມີ cyanide. ແພດນິຕິເວດເປີດເຜີຍໃຫ້ຮູ້ວ່າ: ໃນສົບຂອງ 6 ຄົນນີ້ໄດ້ພົບສິ່ງເສດເຫຼືອຂອງສານເຄມີ cyanide , ປັດຈຸບັນຍັງຕ້ອງການພິສູດຕື່ມອີກວ່າ 6 ຄົນນີ້ແມ່ນຕາຍຍ້ອນຖືກຢາພິດ cyanide ຢ່າງດຽວຫຼືບໍ່, ແລະກວດປະລິມານຢາພິດທີ່ໃຊ້ນີ້ ແລະປັດໄຈອື່ນໆໃຫ້ຈະແຈ້ງ.

ວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ຕຳຫຼວດຍັງເປີດເຜີຍໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນແລ້ວ, ໃນຈອກແລະໂຖນ້ຳຮ້ອນໃນຫ້ອງທີ່ຄົນຕາຍພັກ ລ້ວນແຕ່ພົບເຫັນສານ cyanide. ຕຳຫຼວດສັນນິຖານວ່າ ຄາດຕະກອນແມ່ນໜຶ່ງໃນ 6 ຄົນທີ່ເສຍຊີວິດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn