ພາສາລາວ

6 ເດືອນຕົ້ນປີ 2024 ກຳປູເຈຍໄດ້ອະນຸມັດໂຄງການລົງທຶນ 190 ໂຄງການ

cri2024-07-08 15:13:04
Share
Share this with Close
Messenger Pinterest LinkedIn

ສະພາມົນຕີການພັດທະນາຂອງກຳປູເຈຍໄດ້ເຜີຍແຜ່ບົດລາຍງານຫຼ້າສຸດສະບັບໜຶ່ງອອກມາວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີ 2024 ນີ້, ອົງການດັ່ງກ່າວໄດ້ອະນຸມັດໂຄງການການລົງທຶນໃໝ່ແລະເປີດກວ້າງການຜະລິດເພີ່ມອີກລວມເປັນ 190 ໂຄງການ, ເຊິ່ງມີຍອດມູນຄ່າການລົງທຶນຫຼາຍກວ່າ 3 ຕື້ 2 ຮ້ອຍລ້ານໂດລາ, ເຊິ່ງຄາດຄະເນວ່າຈະສ້າງໂອກາດດ້ານການປະກອບອາຊີບຫຼາຍກວ່າ 168.000 ຄົນໃຫ້ແກ່ປະຊາຊົນທ້ອງຖິ່ນ.

ອີງຕາມສື່ມວນຊົນທ້ອງຖິ່ນໄດ້ນຳເອົາຕົວເລກສະຖິຕິຂອງຝ່າຍທາງການລາຍງານວ່າ: ຈຳນວນໂຄງການການລົງທຶນທີ່ໄດ້ຮັບການອະນຸມັດໃນ 6 ເດືອນຕົ້ນປີ 2024 ນີ້ຂອງກຳປູເຈຍໄດ້ເພີ່ມຂຶ້ນອີກ 77 ໂຄງການເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ເພີ່ມຂຶ້ນເປັນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້; ຍອດມູນຄ່າການລົງທຶນກໍໄດ້ເພີ່ມຂຶ້ນຫຼາຍກວ່າ 190%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ເຊິ່ງມີມູນຄ່າ 1 ຕື້ 1 ຮ້ອຍລ້ານໂດລາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

123全文 3 下一页

Share this story on

Messenger Pinterest LinkedIn