ພາສາລາວ

ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ 960.000 ເທື່ອຄົນ

cri2024-07-05 10:50:58
Share
Share this with Close
Messenger Pinterest LinkedIn

ກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂາຄຸນໝິງໃຫ້ຮູ້ວ່າ: ວັນທີ 5 ກໍລະກົດນີ້, ພາຍໃຕ້ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງພາກສ່ວນເສັ້ນທາງລົດໄຟສອງປະເທດຈີນ-ລາວ, ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວໄດ້ແລ່ນລົດເຕັມ 1.000 ຂະບວນ ເຊິ່ງບໍ່ພຽງແຕ່ໄດ້ສ້າງຄວາມສະດວກໃຫ້ແກ່ການອອກເດີນທາງຂອງປະຊາຊົນທີ່ຢູ່ລຽບຕາມເສັ້ນທາງລົດໄຟເທົ່ານັ້ນ, ຍັງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ການຮ່ວມມືດ້ານເສດຖະກິດການຄ້າ, ການພັດທະນາອຸດສາຫະກຳການທ່ອງທ່ຽວ ແລະ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງອີກດ້ວຍ.

ນັບແຕ່ ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຕາມເສັ້ນທາງລົດໄຟຈີນ-ລາວໄດ້ເລີ່ມເປີດບໍລິການເມື່ອວັນທີ 13 ເມສາ 2023 ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 960.000 ເທື່ອຄົນ, ໃນນັ້ນມີຜູ້ໂດຍສານຂ້າມຊາດ 222.000 ເທື່ອຄົນ ເຊິ່ງມີຜູ້ໂດຍສານຈາກ 96 ປະເທດແລະເຂດແຄ້ວນໄດ້ເລືອກຂີ່ລົດໄຟຈີນ-ລາວອອກເດີນທາງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn