ພາສາລາວ

ວິສາຫະກິດຈີນແລະມາເລເຊຍເຊັນສັນຍາຮ່ວມມືດ້ານອຸດສາຫະກຳການບິນອະວະກາດ

cri2024-07-03 11:45:12
Share
Share this with Close
Messenger Pinterest LinkedIn

ກຸ່ມບໍລິສັດການບິນອະວະກາດອາຊີປາຊີຟິກມາເລເຊຍໄດ້ເຊັນສັນຍາກັບສອງບໍລິສັດຈີນຄື ບໍລິສັດວິທະຍາສາດເຕັກນິກການບິນອະວະກາດໂກວຊິງຫຸ້ນສ່ວນຈຳກັດຫຼືADASPACE ແລະບໍລິສັດເຕັກໂນໂລຊີຂໍ້ມູນຂ່າວສານແລະການສື່ສານຊາງຢວີທຽນຈີ່ປັກກິ່ງຈຳກັດ(ເອີ້ນຫຍໍ້ວ່າ ຊ່າງຢວີທຽນຈີ່)ໃນວັນທີ2ກໍລະກົດນີ້ຢູ່ລັດເຊລັງງໍຂອງມາເລເຊຍ ໂດຍສອງຝ່າຍຈະປະສານງານດຳເນີນການຮ່ວມມືແລະການນຳໃຊ້ເຕັກນິກການບິນອະວະກາດ.

ບໍລິສັດຊາງຢວີທຽນຈີ່ຈີນ ແລະກຸ່ມບໍລິສັດການບິນອະວະກາດອາຊີປາຊີຟິກມາເລເຊຍຈະຮ່ວມມືສ້າງແຜນການຮ່ວມກັນຊົມໃຊ້ກຸ່ມດາວສຳລັບພາກພື້ນອາຊຽນ ເພື່ອສະໜອງການບໍລິການຂໍ້ມູນການສຳຫຼວດໄລຍະໄກຂອງດາວທຽມເຊິ່ງມີຄວາມຖີ່ການສຳຫຼວດໄວເຖິງລະດັບນາທີໃຫ້ແກ່ພາກພື້ນອາຊຽນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາກພື້ນອາຊຽນໃນດ້ານຕ່າງໆເປັນຕົ້ນແມ່ນ ການຕິດຕາມວັດແທກສິ່ງແວດລ້ອມ, ການຜະລິດກະສິກຳ, ການກູ້ໄພສຸກເສີນແລະອື່ນໆ. ນອກນີ້, ສອງຝ່າຍຍັງຈະຮ່ວມມືສ້າງຕັ້ງເວທີຊື້ຂາຍຂໍ້ມູນການສຳຫຼວດໄລຍະໄກຂອງດາວທຽມສຳລັບພາກພື້ນອາຊຽນ, ສ້າງເວທີບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການບິນອະວະກາດເປັນຕົ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ກຸ່ມແມ່ເຖົ້າຜູ້ໃຈບຸນ

123全文 3 下一页

Share this story on

Messenger Pinterest LinkedIn