ພາສາລາວ

ເອກອັກຄະລັດຖະທູດຈີນປະຈຳລາວຄົນໃໝ່ເຂົ້າຢ້ຽມຄຳນັບຮອງລັດຖະມົນຕີການຕ່າງປະເທດລາວ

cri2024-07-02 11:40:42
Share
Share this with Close
Messenger Pinterest LinkedIn

ວັນທີ1ກໍລະກົດນີ້, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈຳລາວຄົນໃໝ່ໄດ້ຍື່ນສານຕາຕັ້ງສະບັບສຳຮອງໃຫ້ທ່ານ ອຳໄພ ກິນດາວົງ ຫົວໜ້າກົມພິທີການທູດກະຊວງການຕ່າງປະເທດລາວ ພ້ອມທັງເຂົ້າຢ້ຽມຄຳນັບທ່ານໂພໄຊ ໄຂຄຳພິທູນ ຮອງ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະທ່ານວິໂຣດ ສູນດາລາ ຫົວໜ້າກົມອາຊີ-ປາຊີຟິກກະຊວງການຕ່າງປະເທດລາວ.

ໃນໂອກາດດັ່ງກ່າວ, ທ່ານນາງຟ່າງຫົງກ່າວຢືນຢັນວ່າ: ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການມອບໝາຍຈາກທ່ານ ສີຈິ້ນຜິງ ປະທານປະເທດຈີນເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຈີນປະຈຳລາວ. ການຍື່ນສານຕາຕັ້ງເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ103ປີ ຍິ່ງຮູ້ສຶກວ່າມີຄວາມໝາຍສຳຄັນຍິ່ງ.

ຝ່າຍລາວສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍຢ່າງສຸດໃຈຕໍ່ທ່ານນາງຟ່າງຫົງທີ່ໄດ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຈີນປະຈຳລາວ, ຊົມເຊີຍວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ103ປີ ພ້ອມທັງສະແດງຄວາມຊົມເຊີຍເປັນຍ່າງສູງຕໍ່ຄຳປາໄສສຳຄັນຂອງທ່ານປະທານສີຈິ້ນຜິງທີ່ສະໜອງສະຕິປັນຍາຈີນແລະແຜນການຈີນໃຫ້ແກ່ບັນດາປະເທດເພື່ອຮັບມືກັບສິ່ງທ້າທາຍແລະຮ່ວມກັນສ້າງອະນາຄົດ, ລາວຍິນດີຮ່ວມກັບຈີນຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວຈີນສະບັບໃໝ່ໃຫ້ດີ, ຊຸກຍູ້ການພົວພັນສອງຝ່າຍໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn