ຂະບວນລົດໄຟຂ້າມຊາດຈີນ-ລາວ-ໄທ-ມາເລເຊຍຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນເປີດແລ່ນລົດໄປ-ກັບ
ວັນທີ 27 ມິຖຸນານີ້, ຂະບວນລົດໄຟຂ້າມຊາດຕາມຊ່ອງທາງໃໝ່ທາງທາງທະເລ-ທາງບົກພາກຕາເວັນຕົກຂອງຈີນທີ່ບັນທຸກສິນຄ້າວັດຖຸດິບອຸດສາຫະກຳເຄມີຈຳນວນ 40 ຕູ້ຄອນເທນເນີມາດຕະຖານນັ້ນ ໄດ້ແລ່ນລົດອອກຈາກນະຄອນຈຸ່ງ ກິ່ງຂອງຈີນ ເຊິ່ງຈະແລ່ນຜ່ານລາວ ແລະ ໄທ ແລະ ຈະເດີນທາງໄປຮອດມາເລເຊຍໂດຍນຳໃຊ້ເວລາ 9 ວັນ. ໃນຂະນະດຽວກັນ, ຂະບວນລົດໄຟທີ່ບັນທຸກສິນຄ້າ 48 ຕູ້ຄອນເທນເນີທີ່ລວມທັງຜະລິດຕະພັນກະສິກຳ, ອາຫານ ແລະ ເຄື່ອງໃຊ້ປະຈຳວັນຈາກປະເທດຕ່າງໆຂອງອາຊຽນນັ້ນ ກໍໄດ້ແລ່ນລົດອອກຈາກມາເລເຊຍ ເຊິ່ງຈະເດີນທາງມາຮອດນະຄອນຈູ່ງກິ່ງໂດຍນຳໃຊ້ເວລາ 9 ວັນເຊັ່ນກັນ.ຂະບວນລົດໄຟດັ່ງກ່າວເປັນຂະບວນລົດໄຟຖ້ຽວທຳອິດຕາມຊ່ອງທາງໃໝ່ທາງທະເລ-ທາງບົກພາກຕາເວັນຕົກຂອງຈີນທີ່ແລ່ນຂ້າມຜ່ານຈີນ, ລາວ, ໄທ ແລະ ມາເລເຊຍ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ອຸດສາຫະກໍາພະລັງງານແສງຕາເວັນຂອງຈີນປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາແບບສີຂຽວຂອງມາເລເຊຍ
ຜູ້ບ່າວອາຍຸ 20 ກວ່າປີ ສືບທອດມໍລະດົກນາມມະທຳດ້ານການຖັກແສ່ວ
#ວິດີໂອ ທ່ານນາງເຜິ້ງລີ້ຢວນ ແລະ ພັນລະຍາປະທານາທິບໍດີໂປໂລຍຢ້ຽມຢາມໂຮງລະຄອນແຫ່ງຊາດຈີນ
ໃຫ້ເດັກນ້ອຍກິນຢ່າງມີໂພຊະນາການແລະມີສຸຂະພາບແຂງແຮງ
ພວກເຮົາຄວນເຮັດແນວໃດເພື່ອຮັບມືກັບອາກາດຮ້ອນເອົ້າ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved