ພາສາລາວ

ມຽນມາທຳລາຍຢາເສບຕິດ ແລະ ສານເຄມີຕັ້ງຕົ້ນທີ່ໃຊ້ເຂົ້າໃນການຜະລິດຢາເສບຕິດເປັນຈຳນວນຫຼວງຫຼາຍ

cri2024-06-27 10:33:54
Share
Share this with Close
Messenger Pinterest LinkedIn

ວັນທີ 26 ມິຖຸນານີ້ເປັນວັນສາກົນຕ້ານຢາເສບຕິດ. ໃນວັນດັ່ງກ່າວ, ຄະນະກຳມະການສູນກາງການຄວບຄຸມຢາເສບຕິດມຽນມາໄດ້ທຳລາຍຢາເສບຕິດ ແລະ ສານເຄມີຕັ້ງຕົ້ນທີ່ໃຊ້ເຂົ້າໃນການຜະລິດຢາເສບຕິດເປັນຈຳນວນຫຼວງຫຼາຍຢູ່ນະຄອນຢາງກຸ້ງ, ນະຄອນມາດາໄລ, ລັດສານ ແລະ ແຫ່ງຕ່າງໆຂອງມຽນມາ.

ຕອນຄ່ຳວັນທີ 26 ມິຖຸນານີ້, ໜ່ວຍງານຂໍ້ມູນຂ່າວສານຂອງຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາແຈ້ງໃຫ້ຮູ້ວ່າ: ໃນວັນດັ່ງກ່າວ, ລວມມີ 3.000 ກວ່າຄົນໄດ້ເຂົ້າຮ່ວມກິດຈະກຳທຳລາຍຢາເສບຕິດທີ່ຈັດຂຶ້ນຢູ່ 20 ກວ່າເມືອງຂອງ 6 ແຂວງ ຫຼື ລັດຂອງມຽນມາ ໂດຍໄດ້ປາບປາມຢາຝິ່ນ 1,36 ໂຕນ, ເຮໂຣອິນ 2,17 ໂຕນ, ຢາມ້າ 23,39 ໂຕນ ແລະອື່ນໆ, ລວມທັງໝົດໄດ້ປາບປາມຢາເສບຕິດ ແລະ ສານເຄມີຕັ້ງຕົ້ນທີ່ໃຊ້ເຂົ້າໃນການຜະລິດຢາເສບຕິດຈຳນວນ 77 ຊະນິດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn