ພາສາລາວ

ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວຄົນໃໝ່ເດີນທາງຮອດລາວ ແລະ ດຳລົງຕຳແໜ່ງ

CRI2024-06-27 10:12:45
Share
Share this with Close
Messenger Pinterest LinkedIn

ຫວ່າງບໍ່ດົນມານີ້, ທ່ານນາງຟ່າງຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວຄົນໃໝ່ໄດ້ເດີນທາງໄປຮອດປະເທດລາວ ແລະ ເລີ່ມປະຕິບັດໜ້າທີ່.

ທ່ານນາງຟ່າງຫົງໄດ້ແຈກຢາຍບົດປາໄສໃຫ້ສື່ມວນຊົນຢູ່ທີ່ສະໜາມບິນ, ໂດຍລະບຸວ່າ, ຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ເດີນທາງມາຮອດປະເທດລາວທີ່ມີທິວທັດສວຍງາມ ມີວັດທະນະທຳຮຸ່ງເຮືອງເຫຼືອງເຫຼື້ອມ, ແລະດຳລົງຕຳແໜ່ງເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວຊຸດທີ 15. ຈີນ ແລະ ລາວເປັນບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ເຊິ່ງມີອຸດົມການທີ່ຄືກັນ, ມີອະນາຄົດ ແລະ ຊາຕາກຳຮ່ວມກັນ. ໃນເດືອນຕຸລາ 2023 ຜ່ານມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ຮ່ວມກັບທ່ານທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວຮ່ວມກັນລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ-ລາວສະບັບໃໝ່, ເຊິ່ງເປັນການສ້າງຫຼັກການພື້ນຖານໃຫ້ແກ່ການລົງເລິກການພົວພັນສອງຝ່າຍ. ຂ້າພະເຈົ້າຈະຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງປະເທດເປັນເຂັມຊີ້ທິດເຍືອງທາງ, ຕິດຕໍ່ພົວພັນ ແລະປະສານງານແບບຮ່ວມຈິດຮ່ວມໃຈກັບເພື່ອນມິດໃນວົງການຕ່າງໆຂອງສອງປະເທດ, ສຸມທຸກຄວາມພະຍາຍາມເພື່ອປະກອບສ່ວນເຂົ້າໃນພາລະກິດການສ້າງສາຄູ່ຮ່ວມຊາຕາກຳຈີນ-ລາວ, ພ້ອມທັງສະໜອງການປົກປ້ອງ ແລະ ການບໍລິການທາງວຽກງານກົງສຸນໃຫ້ແກ່ພີ່ນ້ອງຮ່ວມຊາດຈີນທີ່ຢູ່ລາວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn