ພາສາລາວ

ນາຍົກຈີນພົບປະກັບນາຍົກຫວຽດນາມ

cri2024-06-26 10:41:53
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 24 ມິຖຸນານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີຫວຽດນາມຢູ່ນະຄອນຕ້າຫຼຽນປະເທດຈີນ.

ທ່ານຫຼີສຽງຊີ້ອອກວ່າ: ຈີນຍິນດີຮ່ວມກັບຫວຽດນາມ ເພື່ອຍຶດໝັ້ນ ແລະ ກຳເອົາທິດທາງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມໃຫ້ດີ, ຈັດການພົວພັນລະຫວ່າງສອງປະເທດເຂົ້າໃນຖານະບຸລິມະສິດຂອງວຽກງານການຕ່າງປະເທດຂອງປະເທດຕົນ. ສອງປະເທດຄວນນຳໃຊ້ທ່າແຮງເສດຖະກິດຊ່ວຍຊູກັນໃຫ້ເຕັມທີ່ ແລະ ໃຫ້ດີ, ເປີດກວ້າງຂະໜາດການຄ້າ ແລະ ການລົງທຶນຢ່າງບໍ່ຢຸດຢັ້ງ, ເພີ່ມການເຊື່ອມໂຍງເຊື່ອມຈອດກັນຕື່ມອີກ, ສືບຕໍ່ສ້າງຈຸດເຕີບໂຕໃໝ່ຕ່າງໆດ້ານການຮ່ວມມື ເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈີຕອນ ແລະອື່ນໆ, ພະຍາຍາມໃຫ້ໄດ້ຮັບໝາກຜົນການຮ່ວມມືທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດໃຫ້ຫຼາຍກວ່າເກົ່າ.

ທ່ານ ຟ້າມມິ່ງຈິງ ກ່າວວ່າ: ການເພີ່ມທະວີການຮ່ວມມືບົນຈິດໃຈມິດຕະພາບຍາວນານຫວຽດນາມ-ຈີນ ແມ່ນຄວາມຮຽກຮ້ອງຕ້ອງການແບບພາວະວິໄສ, ທາງເລືອກດ້ານຍຸດທະສາດ ແລະ ຄວາມເປັນບຸລິມະສິດອັນດັບໜຶ່ງຂອງນະໂຍບາຍການຕ່າງປະເທດຂອງຫວຽດນາມ. ຫວຽດນາມຍຶດໝັ້ນຫຼັກການປະເທດຈີນດຽວ, ສະໜັບສະໜູນຈີນພັດທະນາໃຫ້ມີຄວາມເຂັ້ມແຂງ, ສະໜັບສະໜູນຈີນເຂົ້າຮ່ວມສັນຍາການພົວພັນຄູ່ຮ່ວມມືຂ້າມມະຫາສະໝຸດປາຊີຟິກຢ່າງຮອບດ້ານ ແລະ ກ້າວໜ້າ, ຍິນດີຮ່ວມມືກັບຈີນ ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງການນຳສູງສຸດຂອງສອງພັກ ແລະ ສອງລັດ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຫວຽດນາມ-ຈີນໃຫ້ໄດ້ຮັບໝາກຜົນອັນອຸດົມສົມບູນກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn