ພາສາລາວ

ການກະທຳຂອງຟິລິບປິນໄດ້ລະເມີດອະທິປະໄຕຂອງຈີນຢ່າງໜັກໜ່ວງຈີນຈະບໍ່ຮັບເອົາຢ່າງເດັດຂາດ

CRI2024-06-22 15:32:00
Share
Share this with Close
Messenger Pinterest LinkedIn

ວັນທີ 21 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຂ່າວແຈ້ງວ່າ,ທະຫານຟິລິບປິນໄດ້ປະຕິບັດໜ້າທປັບປຸງກຳປັ່ນ “ມາເດຣມອນແທນ”ໃຫ້ໝັ້ນຄົງ ໂດຍໄດປັບປຸງກຳປັ່ນທະຫານເກົ່າທີ່ຈອດຢູ່ຫາດເຣີນອ້າຍຢ່າງລັບໆ ເພື່ອແກ່ຍາວອາຍຸການໃຊ້ຂອງມັນ. ຂໍຖາມແດ່ ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

ທ່ານລີນຈ້ຽນຕອບວ່າ: ຂ່າວທີ່ກ່ຽວຂ້ອງຢືນຢັນໃຫ້ເຫັນອີກເທື່ອໜຶ່ງວ່າ,ຟິລິບປິນກ່າວວ່າ ສິ່ງທີ່ຂົນສົ່ງໄປກຳປັ່ນທະຫານທີ່ຈອດຄ້າງຢູ່ຫາດເຣີນອ້າຍແມ່ນເຄື່ອງໃຊ້ປະຈຳວັນນັ້ນແມ່ນຄຳຂີ້ຕົວະທັງໝົດ. ທີ່ຈິງແລ້ວ, ກໍ່ຄືຈີນໄດ້ຊີ້ອອກນັ້ນວ່າ ຟິລິບປິນໄດ້ຂົນສົ່ງວັດສະດຸກໍ່ສ້າງໃຫ້ແກ່ກຳປັ່ນທະຫານທີ່ຈອດຄ້າງຢ່າງຜິດກົດໝາຍມາໂດຍຕະຫຼອດ, ຈົນມີອາວຸດຍຸດໂທປະກອນ,ເພື່ອດຳເນີນການປັບປຸງໃຫ້ໝັ້ນຄົງະໜາດໃຫຍ່, ຢາກຍຶດຄອງຫາດເຣີນອ້າຍຖາວອນ. ການກະທຳຂອງຟິລິບປິນໄດ້ລະເມີດອະທິປະໄຕຂອງຈີນຢ່າງໜັກໜ່ວງ, ຈີນຈະບໍ່ຮັບເອົາຢ່າງເດັດຂາດ ແລະ ຈະເດັດດ່ຽວຮັບມືຕາມກົດໝາຍ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn