ພາສາລາວ

ຈີນຮຽກຮ້ອງໃຫ້ຟິລິບປິນຍຸດຕິການກະທຳທີ່ລະເມີດສິດ ແລະ ທ້າທາຍເກາະຜິດໃນທັນທີ

CRI2024-06-20 11:31:06
Share
Share this with Close
Messenger Pinterest LinkedIn

ວັນທີ 19 ມິຖຸນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມກ່ຽວກັບຟິລິບປິນບຸກເຂົ້າຫາດເຣີນອ້າຍ.

ທ່ານລີນຈ້ຽນຕອບວ່າ: ຟິລິບປິນບໍ່ເອົາຫົວຊານຳຄຳເຕືອນຂອງຈີນ, ຕັ້ງໃຈບຸກເຂົ້າຫາດເຣີນອ້າຍ ໝູ່ເກາະນານຊ່າຂອງຈີນເປັນສາເຫດຕົ້ນຕໍເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ. ມາດຕະການບັງຄັບໃຊ້ກົດໝາຍຂອງຕຳຫຼວດທະເລຈີນເປັນມືອາຊີບ ແລະ ໃຊ້ຄວາມອົດກັ້ນ, ເພື່ອແນໃສ່ສະກັດກັ້ນບໍ່ໃຫ້ກຳປັ່ນຟິລິບປິນຂົນສົ່ງວັດຖຸສິ່ງຂອງຢ່າງຜິດກົດໝາຍ ແລະ ບໍ່ໄດ້ໃຊ້ມາດຕະການໂດຍກົງຕໍ່ບຸກຄົນຂອງຟິລິບປິນ.

ທ່ານລີນຈ້ຽນຊີ້ອອກວ່າ: ຟິລິບປິນກ່າວຫຼາຍເທື່ອວ່າແມ່ນໄດ້ຂົນສົ່ງເຄື່ອງໃຊ້ປະຈຳວັນ, ແຕ່ທີ່ຈິງແລ້ວແມ່ນໄດ້ຂົນສົ່ງວັດສະດຸກໍ່ສ້າງແບບລັບໆມາໂດຍຕະຫຼອດ, ຈົນເຖິງຂັ້ນມີອາວຸດ ຢາກຍຶດຄອງຫາດເຣີນອ້າຍເປັນເວລາຍາວນານ. ຈີນຮຽກຮ້ອງໃຫ້ຟິລິບປິນຈົ່ງຍຸດຕິການກະທຳທີ່ລະເມີດສິດ ແລະ ທ້າທາຍເກາະຜິດໃນທັນທີ. ຈີນຈະສືບຕໍ່ເດັດດ່ຽວຮັກສາອະທິປະໄຕ ແລະ ສິດຜົນປະໂຫຍດຂອງປະເທດຕົນຕາມກົດໝາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn