ພາສາລາວ

ທ່ານຫວາງຢີ້ພົບປະກັບຮອງນາຍົກຂອງລາວ

cri2024-06-12 15:45:46
Share
Share this with Close
Messenger Pinterest LinkedIn

ວັນທີ 10 ມິຖຸນານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດລາວຢູ່ນະຄອນນິສນີນົບໂກຣົດຂອງຣັດເຊຍ.

ທ່ານຫວາງຢີ້ກ່າວວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ການຮ່ວມມືຕົວຈິງລະຫວ່າງສອງປະເທດມີທ່ວງທ່າທີ່ເຂັ້ມແຂງ, ມູນຄ່າການຄ້າລະຫວ່າງສອງຝ່າຍໄດ້້ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ,ຂະໜາດການຂົນສົ່ງຜູ້ໂດຍສານແລະສິນຄ້າຂອງທາງລົດໄຟຈີນ-ລາວໄດ້ສ້າງສະຖິຕິສູງສຸດເລື້ອຍໆ, ເຊິ່ງໄດ້ທຸ້ມເທກຳລັງແຮງໃໝ່ເຂົ້າໃນການສ້າງສາ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນຢ່າງມີຄຸນນະພາບສູງແລະການພັດທະນາແບບປະສານງານຮ່ວມກັນໃນພາກພື້ນ. ຍິນດີຮ່ວມກັບປະເທດຕ່າງໆໃນພາກພື້ນລວມທັງປະເທດລາວ, ກ້າວເຂົ້າສູ່ອະນາຄົດທີ່ດີງາມແຫ່ງການ ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ການຮ່ວມມືລະຫວ່າງສອງປະເທດລາວ-ຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ລະດັບການຮ່ວມມືໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນປີ 2024 ນີ້, ຈະອອກແຮງສຸດຂີດເພື່ອຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ຈີນ, ຮັບປະກັນທິດທາງທີ່ຖືກຕ້ອງຂອງການຮ່ວມມືໃນອາຊີຕາເວັນອອກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລົດຖ່າຍທອດງານກິລາໂອລິມປິກປາຣີ 8K ຂອງ CMG ໄດ້ສົ່ງໄປຮອດສິງກະໂປ

ການແຂ່ງຂັນຊ່ວງເຮືອທີ່ຈັດຂຶ້ນຢູ່ເມືອງຕ້າວຊ້ຽນແຂວງຫູນານຈີນໄດ້ສ້າງສະຖິຕິກີເນັສບຸກ

ການມີສ່ວນຮ່ວມຂອງຍີ່ຫໍ້ຂອງຈີນຊຸກຍູ້ການພັດທະນາຂອງຕະຫຼາດລົດໃຊ້ພະລັງງານໄຟຟ້າຂອງລາວ

ຄຳສັບສຳຄັນຂອງຈີນກ່ຽວກັບການພັດທະນາຕາມທິດສີຂຽວ

ສວນສະໜຸກພາສາຈີນ EP1:ໜີຫ່າວ ສະບາຍດີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn