ເກີດເຫດລະເບີດຕົກຄ້າງແຕກຢູ່ໂຮງຮຽນປະຖົມແຫ່ງໜຶ່ງໃນມຽນມາ, ເຮັດໃຫ້ນັກຮຽນເສຍຊີວິດ 1 ຄົນ ແລະ 25 ຄົນບາດເຈັບ
ວັນທີ 5 ມິຖຸນານີ້, ເຈົ້າໜ້າທີ່ມຽນມາລາຍງານວ່າ, ອຸບັດເຫດລະເບີດຕົກຄ້າງແຕກທີ່ເກີດຂຶ້ນຢູ່ໂຮງຮຽນປະຖົມແຫ່ງໜຶ່ງຂອງຕາແສງຕາວອຍແຂວງຕານິນທາຢີທີ່ພາກໃຕ້ມຽນມາໃນວັນທີ 4 ມິຖຸນານີ້ໄດ້ເຮັດໃຫ້ມີນັກຮຽນເສຍຊີວິດ 1 ຄົນ, ແລະມີຜູ້ບາດເຈັບ 25 ຄົນ. ປັດຈຸບັນ, ນັກຮຽນຖືກບາດເຈັບໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ.
ນອກນີ້, ອີງຕາມຂ່າວທີ່ໜ່ວຍຖະແຫຼງຂ່າວຂອງຄະນະກຳມະການບໍລິຫານແຫ່ງຊາດມຽນມາເປີດເຜີຍໃນວັນທີ 4 ມິຖຸນານີ້, ອຸບັດເຫດດັ່ງກ່າວຍັງໄດ້ເຮັດໃຫ້ຜູ້ປົກຄອງຄົນໜຶ່ງບາດເຈັບ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ