ພາສາລາວ

ສາງລະເບີດແຫ່ງໜຶ່ງຢູ່ພາກຕາເວັນຕົກຂອງກຳປູເຈຍເກີດເຫດລະເບີດເຮັດໃຫ້ທະຫານເສຍຊີວິດ20ຄົນ

cri2024-04-28 10:42:26
Share
Share this with Close
Messenger Pinterest LinkedIn

ວັນທີ27ເມສານີ້, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍໄດ້ຖະແຫຼງຜ່ານທາງສື່ສັງຄົມອ໋ອນລາຍວ່າ: ມື້ດຽວກັນ,ສາງລະເບີດແຫ່ງໜຶ່ງຢູ່ພາກຕາເວັນຕົກຂອງກຳປູເຈຍໄດ້ເກີດໄຟໄໝ້ ພາໃຫ້ເກີດລະເບີດຢ່າງຕໍ່ເນື່ອງ,ເຮັດໃຫ້ທະຫານເສຍຊີວິດ 20 ຄົນ.

ທ່ານຮຸນມາເນັດຢືນຢັນວ່າ: ສາງລະເບີດແຫ່ງໜຶ່ງຂອງຖານທັບຢູ່ແຂວງກຳປົງສະປືໄດ້ເກີດໄຟໄໝ້ແຮງໃນເວລາປະມານ 14 ໂມງ 30 ນາທີ, ຫຼັງຈາກເກີດລະເບີດແລ້ວ ເຮັດໃຫ້ທະຫານເສຍຊີວິດ20ຄົນ, ນອກນີ້ຍັງມີຫຼາຍຄົນໄດ້ຮັບບາດເຈັບ. ສະນັ້ນ, ເພິ່ນໄດ້ສະແດງຄວາມເຫັນໃຈຕໍ່ຄອບຄົວຜູ້ເສຍຊີວິດແລະຜູ້ບາດເຈັບຈາກເຫດການຄັ້ງນີ້.

ຫົວໜ້າກອງບັນຊາການຕຳຫຼວດແຂວງກຳປົງສະປືໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປັດຈຸບັນ ເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນສອບສວນຫາສາເຫດທີ່ພາໃຫ້ເກີດເຫດການຄັ້ງນີ້ ຂະນະທີ່ຜົນເສຍຫາຍພວມເລັ່ງເກັບກຳຂໍ້ມູນຢູ່.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn