ພາສາລາວ

ທ່ານວາງສຽວຮົງພົບປະກັບລັດຖະມົນຕີກະຊວງພາຍໃນມຽນມາ

CRI2024-04-26 11:26:39
Share
Share this with Close
Messenger Pinterest LinkedIn

ວັນທີ 25 ເມສານີ້, ທ່ານວາງສຽວຮົງ ທີ່ເປິກສາແຫ່ງລັດ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນໄດ້ພົບປະທ່ານຢາເພຍ ລັດຖະມົນຕີກະຊວງພາຍໃນມຽນມາຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານວາງສຽວຮົງກ່າວວ່າ: ຈີນ ກັບ ມຽນມາຮ່ວມກັນປາບປາມການກໍ່ອາດຊະຍາກຳຫຼອກລວງຜ່ານທາງໂທລະຄົມ ແລະ ອິນເຕີເນັດໄດ້ຮັບຜົນງານອັນໃຫຍ່ຫຼວງ.ຈີນປະຕິບັດຕໍ່ ແລະ ຂະຫຍາຍການພົວພັນກັບມຽນມາຈາກດ້ານຍຸດທະສາດມາໂດຍຕະຫຼອດ, ຍິນດີຮ່ວມກັບມຽນມາ, ລົງເລິກການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ການຮັກສາຄວາມໝັ້ນຄົງຢ່າງຮອບດ້ານ, ລົງເລິກປາບປາມອາດຊະຍາກຳຂ້າມຊາດ ເຊັ່ນ: ການຫຼອດກລວງຜ່ານການຫຼິ້ນພະນັນອອນລາຍ ການຄ້າຢາເສບຕິດແລະອື່ນໆ, ລົງເລິກການຮ່ວມມືດ້ານການສ້າງຄວາມສາມາດປະຕິບັດກົດໝາຍ ,ປະກອບສ່ວນຫຼາຍກວ່າເກົ່າເພື່ອຄວາມໝັ້ນຄົງ ສະຖຽນລະພາບພ້ອມທັງຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງສອງປະເທດ ແລະ ພາກພື້ນ.

ທ່ານຢາເພຍກ່າວວ່າ ຍິນດີຊຸກຍູ້ໃຫ້ການຮ່ວມມືດ້ານການປະຕິບັດກົດໝາຍແລະຮັກສາຄວາມໝ້ັນຄົງລະຫວ່າງສອງປະເທດ ໄດ້ຮັບຜົນງານຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn