ພາສາລາວ

ຕຳຫຼວດຈີນ-ລາວຮ່ວມກັນປາບປາມການກໍ່ອາດຊະຍາກຳຂ້າມຊາດ ຝ່າຍລາວມອບຜູ້ຕ້ອງຫາ 250 ຄົນໃຫ້ຝ່າຍຈີນ

cri2024-04-24 15:51:59
Share
Share this with Close
Messenger Pinterest LinkedIn

ວັນທີ 23 ເມສານີ້, ກະຊວງປ້ອງກັນຄວາມສະຫງົບຈີນແຈ້ງຂ່າວໃຫ້ຮູ້ວ່າ, ເພື່ອປາບປາມການຫຼອກລວງຜ່ານທາງອິນເຕີເນັດແລະໂທລະຄົມ ແລະການກໍ່ອາດຊະຍາກຳອື່ນໆຢ່າງເຂັ້ມງວດຕາມກົດໝາຍ, ພາກສ່ວນປ້ອງກັນຄວາມສະຫງົບຈີນກັບຕຳຫຼວດລາວ ໄດ້ສືບຕໍ່ດຳເນີນການຮ່ວມມືປະຕິບັດກົດໝາຍສາກົນ, ຫວ່າງມໍ່ໆມານີ້, ໄດ້ມ້າງຈຸດກໍ່ອາດຊະຍາກຳ 3 ແຫ່ງທີ່ຕັ້ງຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄຳຂອງລາວ, ເຊິ່ງໄດ້ຈັບກຸມຜູ້ຕ້ອງຫາສັນຊາດຈີນ 250 ຄົນ.

ປັດຈຸບັນ, ຜູ້ຕ້ອງຫາແລະວັດຖຸສິ່ງຂອງທີ່ກ່ຽວຂ້ອງ ລ້ວນແຕ່ໄດ້ມອບໃຫ້ຝ່າຍຈີນ ໂດຍຜ່ານດ່ານຊາຍແດນສິບສອງພັ່ນນາແຂວງຢຸນນານຈີນແລ້ວ. ນີ້ແມ່ນຜົນສຳເລັດອັນສຳຄັນອີກດ້ານໜຶ່ງແຫ່ງການລົງເລິກດຳເນີນການຮ່ວມມືໃນດ້ານການປະຕິບັດກົດໝາຍຂອງຕຳຫຼວດສອງປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

123全文 3 下一页

Share this story on

Messenger Pinterest LinkedIn