ພາສາລາວ

ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”ແລະ ງານວາງສະແດງຮູບພາບ ແລະ ວິດີໂອຈັດຂຶ້ນຢູ່ນະຄອນສ່ານຢ້າແຂວງໄຫຫຼຳ

cri2024-04-23 16:55:16
Share
Share this with Close
Messenger Pinterest LinkedIn

ວັນທີ 23 ເມສານີ້, ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”ແລະ ງານວາງສະແດງຮູບພາບ ແລະ ວິດີໂອທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນສ່ານຢ້າແຂວງໄຫຫຼຳ. ມີຜູ້ຕາງໜ້າຈາກໂທລະພາບສາກົນຈີນຫຼື CGTN ທີ່ສັງກັດ CMG, CMG ສາຂາໄຫຫຼຳ, ຄະນະໂຄສະນາອົບຮົມແຂວງໄຫຫຼຳ, ຄະນະໂຄສະນາອົບຮົມນະຄອນຊ່ານຢ້າ ຜູ້ຕາງໜ້າສື່ມວນຊົນຂັ້ນສູນກາງປະຈຳແຂວງໄຫຫຼຳ, ພ້ອມດ້ວຍນັກຂ່າວ ທີ່ມາຈາກ ສື່ສຳຄັນ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ ໄດ້ເຂົ້າຮ່ວມພິທີເປີດກິດຈະກຳດັ່ງກ່າວ.

ທ່ານນາງຈ່າງຫຸ່ຍ ຮອງຫົວໜ້າສູນລາຍການພາສາພາກພື້ນອາຊີອາຟຣິກາຂອງ CMG ໄດ້ປະກອບຄຳເຫັນໃນພິທີເປີດວ່າ: ຈີນ ແລະ ບັນດາປະເທດສະມາຊິກອາຊຽນມີພູຜາແມ່ນ້ຳຕິດຈອດກັນ, ມີວັດທະນະທຳຮີດຄອງປະເພນີຂອງປະຊາຊົນທີ່ຄ້າຍຄືກັນ, ມີປະສົບການໃນປະຫວັດສາດທີ່ຄ້າຍຄືກັນ ແລະ ມີຄວາມໃຝ່ຝັນທີ່ຄືກັນ. CMG ໄດ້ສ້າງສາຍພົວພັນການຮ່ວມມືຫຼາກຫຼາຍກັບສື່ມວນຊົນ 100 ກວ່າແຫ່ງຂອງປະເທດສະມາຊິກອາຊຽນ, ຫວັງວ່າຜ່ານກິດຈະກຳ “‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”, ຈະຊຸກຍູ້ການຮ່ວມມືລະຫວ່າງສື່ມວນຊົນຈີນ ແລະ ປະເທດສະມາຊິກອາຊຽນຕື່ມອີກ, ເຮັດໃຫ້ຜູ້ຊົມຜູ້ຟັງປະເທດອາຊີຕາເວັນອອກສຽງໃຕ້ຫຼາຍກວ່າເກົ່າຮັບຮູ້ສະພາບທີ່ແທ້ຈິງຂອງປະເທດຈີນ, ປະກອບສ່ວນກຳລັງຂອງສື່ມວນຊົນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

ທ່ານຈຽງຈ້ຽນມິນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄຫຫຼຳປະກອບຄຳເຫັນວ່າ: ແຂວງໄຫຫຼຳຕັ້ງຢູ່ຈຸດເຊື່ອມຕໍ່ທີ່ສຳຄັນໃນການຮ່ວມມືລະຫວ່າງຈີນ ແລະ ອາຊຽນ, ອາຊຽນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງແຂວງໄຫຫຼຳມາເປັນເວລາຫຼາຍປີຕິດຕໍ່ກັນ. ທ່ານຫວັງວ່າ CMG ຈະຮ່ວມມືກັບສື່ມວນຊົນອາຊຽນຢ່າງແໜ້ນແຟ້ນ, ຖືເອົາກິດຈະກຳຄັ້ງນີ້ເປັນໂອກາດ, ສ້າງຂົວແຫ່ງມິດຕະພາບເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ເຊື່ອມໂຍງເຊື່ອມຈອດກັນລະຫວ່າງແຂວງໄຫຫຼຳກັບອາຊຽນ.

ທ່ານອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວໄດ້ປະກອບຄຳເຫັນໂດຍຜ່ານວີດີໂອວ່າ: “ມີສຸພາສິດວ່າ ສິບປາກເວົ້າບໍ່ທໍ່ຕາເຫັນ. ນັກຂ່າວລາວຫວັງວ່າຈະຮ່ວມກັບເພື່ອນຮ່ວມອາຊີບສື່ມວນຊົນຂອງບັນດາປະເທດ, ຮັບຮູ້ຜົນງານດ້ານພຶດຕິກຳແຫ່ງແນວຄິດການພັດທະນາຂອງຈີນ, ສຳຜັດກັບວັດທະນະທຳທີ່ອຸດົມສົມບູນ ແລະ ຊັບພະຍາກອນທ່ອງທ່ຽວຂອງຈີນ, ພ້ອມທັງຖ່າຍທອດຄວາມຮູ້ສຶກທີ່ແທ້ຈິງໃຫ້ກັບຜູ້ຊົມຜູ້ຟັງຢ່າງກວ້າງຂວາງ.”

ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ” ເປັນກິດຈະກຳສື່ມວນຊົນທີ່ຈັດຂຶ້ນໂດຍ CGTN ຂອງ CMG, ການເດີນທາງຢູ່ໄຫຫຼຳເປັນຮອບທຳອິດໃນກິດຈະກຳຄັ້ງນີ້. ນັບແຕ່ວັນທີ 22 ຫາ 28 ເມສານີ້, ຄະນະນັກຂ່າວຈີນ ແລະ ຕ່າງປະເທດ ເຊິ່ງລວມທັງ ສື່ສຳຄັນ 11 ແຫ່ງຂອງ 9 ປະເທດສະມາຊິກອາຊຽນ ເຊັ່ນ: ລາວ, ອິນໂດເນເຊຍ, ໄທ, ຫວຽດນາມ, ມະເລເຊຍ ແລະອື່ນໆທັງໝົດ 50 ກວ່າຄົນຈະເດີນທາງຕາມແລວທາງທ່ອງທ່ຽວອ້ອມເກາະໄຫຫຼຳ, ລົງເອົາຂ່າວຕົວຈິງຢູ່ສ່ານຢ້າ, ຫຼິງສຸຍ, ວ້ານໜິງ, ຊົງໄຫ ແລະ ໄຫໂຂວ, ລາຍການທີ່ຖ່າຍທຳນັ້ນຈະອອກອາກາດຜ່ານສື່ຕ່າງໆຢູ່ປະເທດສະມາຊິກອາຊຽນ.

ງານວາງສະແດງຮູບພາບ ແລະ ວິດີໂອ ພາຍໃຕ້ຫົວຂໍ້ “‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ” ໄດ້ວາງສະແດງຜົນງານຮູບພາບ ແລະ ວີດີໂອດີເດັ່ນທີ່ ສື່ສຳຄັນຂອງຈີນ ແລະ ປະເທດສະມາຊິກອາຊຽນຮ່ວມກັນຜະລິດໃນຊຸມປີຜ່ານມານີ້, ຈາກນັ້ນຈະສືບຕໍ່ວາງສະແດງຜົນງານສັບພະສື່ທີ່ຜະລິດໃນກິດຈະກຳຄັ້ງນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ທ່ຽວກຳແພງເມືອງຈີນໃນລະດູບານໃໝ່ ຊົມທິວທັດທີ່ສວຍງາມ

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn