ຄະນະກຳມະການປະສານງານລະຫວ່າງລັດຖະບານຈີນ-ກຳປູເຈຍຈັດກອງປະຊຸມຄັ້ງທີ 7
ວັນທີ 22 ເມສານີ້, ຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນ ກັບທ່ານຊຸນຈັນໂທນ ຮອງນາຍົກລັດຖະມົນຕີກຳປູເຈຍ ໄດ້ຮ່ວມກັນເປັນປະທານກອງປະຊຸມຄະນະກຳມະການປະສານງານລະຫວ່າງລັດຖະບານຈີນ-ກຳປູເຈຍຄັ້ງທີ 7, ສອງຝ່າຍໄດ້ຫວນຄືນສະພາບການປະຕິບັດແຜນດຳເນີນງານແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍສະບັບໃໝ່ຢ່າງຮອບດ້ານ, ສະຫຼຸບຄວາມຄືບໜ້າແຫ່ງການຮ່ວມມື, ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບທິດທາງແຫ່ງຄວາມພະຍາຍາມໃນໄລຍະຕໍ່ໜ້າ.
ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄະນະກຳມະການປະສານງານລະຫວ່າງລັດຖະບານຄັ້ງ ທຳອິດ ພາຍຫຼັງລັດຖະບານກຳປູເຈຍຊຸດໃໝ່ສ້າງຕັ້ງຂຶ້ນ, ແລະແມ່ນກອງປະຊຸມຄັ້ງທຳອິດຫຼັງຈາກສອງຝ່າຍໄດ້ກຳນົດແຜນດຳເນີນງານແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍສະບັບໃໝ່, ມີຄວາມໝາຍສຳຄັນຫຼາຍ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”