ພາສາລາວ

ຈັດກອງປະຊຸມຄັ້ງທີ4ຂອງກົນໄກສົນທະນາລະດັບສູງເພື່ອການຮ່ວມມືຈີນ-ອິນໂດເນເຊຍ

cri2024-04-20 12:48:10
Share
Share this with Close
Messenger Pinterest LinkedIn

ວັນທີ19ເມສານີ້, ຢູ່ອິນໂດເນເຊຍ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານລູຮຸດ ປານຈາຍຕັນ ລັດຖະມົນຕີກະຊວງປະສານງານກິດຈະການທາງທະເລແລະການລົງທຶນອິນໂດເນເຊຍ ຫົວໜ້າຄະນະຮັບຜິດຊອບການຮ່ວມມືກັບຈີນຂອງອິນໂດເນເຊຍໄດ້ຮ່ວມກັນເປັນປະທານກອງປະຊຸມຄັ້ງທີ4ຂອງກົນໄກສົນທະນາລະດັບສູງເພື່ອການຮ່ວມມືຈີນ-ອິນໂດເນເຊຍ.

ໃນໂອກາດດັ່ງກ່າວ, ທ່ານຫວາງຢີ້ກ່າວຢືນຢັນວ່າ ຈີນຍິນດີລົງເລິກການເຊື່ອມຕໍ່ກັນຢ່າງຮອບດ້ານລະຫວ່າງ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດການພັດທະນາຂອງອິນໂດເນເຊຍ, ມຸ່ງໝັ້ນໃນການສ້າງ “ແລວເສດຖະກິດກວມລວມພາກພື້ນ” ແລະ “ສອງເຂດນິຄົມສອງປະເທດ” ໃຫ້ເປັນສອງໂຄງການສັນຍາລັກໃໝ່, ເປີດກວ້າງການຮ່ວມມືໃນ3ຈຸດສຸມຄື ເສດຖະກິດດິຈີຕອນ, ການພັດທະນາສີຂຽວແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ.

ທ່ານລູຮຸດ ປານຈາຍຕັນໄດ້ສະແດງຄວາມຊົມເຊີຍຕໍ່ຈີນທີ່ຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນແລະສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຢ່າງສຳເລັດຜົນ, ຂະນະທີ່ອິນໂດເນເຊຍໄດ້ຈັດການເລືອກຕັ້ງທົ່ວໄປຢ່າງສຳເລັດຜົນເຊັ່ນດຽວກັນ, ລັດຖະບານຊຸດໃໝ່ຈະສືບຕໍ່ປະຕິບັດນະໂຍບາຍໄມຕີຈິດມິດຕະພາບຕໍ່ຈີນ, ຍຶດໝັ້ນປະຕິບັດຫຼັກການປະເທດຈີນດຽວ, ສຸມໃສ່ລົງເລິກການຮ່ວມມືທີ່ມີລັກສະນະສ້າງສັນລະຫວ່າງສອງປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຝົນຮຳແກ່ນພືດ: 1 ໃນ 24 ຈຸດແບ່ງລະດູການ

ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn