ພາສາລາວ

ລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຂົນສົ່ງຜູ້ໂດຍສານ 2,56 ລ້ານເທື່ອຄົນ

cri2024-04-17 14:41:27
Share
Share this with Close
Messenger Pinterest LinkedIn

ບໍລິສັດທາງລົດໄຟສາກົນຈີນຈຳກັດໄດ້ເປີດເຜີຍໃຫ້ຮູ້ວ່າ: ວັນທີ 17 ເມສານີ້, ລົດໄຟຄວາມໄວສູງຈາກາຕາ-ບັນດຸງຢູ່ອິນໂດເນເຊຍໄດ້ເປີດການບໍລິການມາເປັນເວລາເຄິ່ງປີແລ້ວ, ເຫັນວ່າປະລິມານຂອງຜູ້ໂດຍສານມີທ່າອ່ຽງເພີ່ມຂຶ້ນ, ລວມທັງໝົດໄດ້ບັນລຸເຖິງ 2,56 ລ້ານເທື່ອຄົນ ແລະອັດຕາການຈອງບ່ອນນັ່ງໃນມື້ດຽວສູງສຸດແມ່ນມີເຖິງ 99,6%. ຂະບວນລົດໄຟໂດຍສານໄດ້ດຳເນີນການແລ່ນລົດຢ່າງປອດໄພຫຼາຍກວ່າ 1,26 ລ້ານກິໂລແມັດ, ການຂົນສົ່ງຜູ້ໂດຍສານ, ກໍມີຄວາມປອດໄພ ແລະເປັນລະບຽບຮຽບຮ້ອຍ.

ທາງລົດໄຟນີ້ຢູ່ໃກ້ກັບນະຄອນຫຼວງຈາກາຕາ ແລະບັນດຸງເມືອງທ່ອງທ່ຽວທີ່ມີຊື່ສຽງຂອງປະເທດອິນໂດເນເຊຍ, ຫຼັງຈາກທີ່ລົດໄຟຄວາມໄວສູງຈາກາຕາ-ບັນດຸງເປີດການບໍລິການດ້ວຍຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງແລ້ວ, ເວລາການເດີນທາງລະຫວ່າງຈາກາຕາຫາບັນດຸງໄດ້ຫຼຸດຈາກ 3 ຊົ່ວໂມງລົງເປັນ 46 ນາທີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn