ພາສາລາວ

“ກຸ່ມກ້ອນໃນວົງແຄບ” ຂອງອາເມຣິກາ ຍີ່ປຸ່ນ ແລະ ຟິລິບປິນ ເຈຕະນາສ້າງຄວາມວຸ້ນວາຍຢູ່ທະເລຈີນໃຕ້

CRI2024-04-15 15:08:25
Share
Share this with Close
Messenger Pinterest LinkedIn

ວັນທີ 11 ເມສານີ້, ຜູ້ນຳຂອງອາເມຣິກາ ຍີ່ປຸ່ນ ແລະ ຟິລິບປິນໄດ້ຈັດກອງປະຊຸມສຸດຍອດສາມຝ່າຍຄັ້ງທຳອິດຂອງພວກມັນຢູ່ນະຄອນຫຼວງວໍຊິງຕັນປະເທດອາເມຣິກາ. ຫຼັງຈາກກອງປະຊຸມ, ສາມຝ່າຍດັ່ງກ່າວໄດ້ອອກຖະແຫຼງການຮ່ວມ, ໂດຍກ່າວວ່າຈະເພີ່ມທະວີການຮ່ວມມືດ້ານວຽກງານປ້ອງກັນປະເທດ ເພື່ອຊຸກຍູ້ອັນທີ່ເອີ້ນວ່າ “ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອິນໂດປາຊິຟິກ ກໍຄືຂອງໂລກ”, ທັງກ່າວໂຈມຕີຈີນອີກວ່າ “ຈີນປ່ຽນແປງສະພາບປັດຈຸບັນແຕ່ຝ່າຍດຽວດ້ວຍກຳລັງອາວຸດ”, ແລະສະແດງອັນທີ່ເອີ້ນວ່າ “ຄວາມເປັນຫ່ວງ” ຕໍ່ການເຄື່ອນໄຫວຂອງຈີນທີ່ປົກປັກຮັກສາອະທິປະໄຕແຫ່ງຊາດຢູ່ທະເລຈີນໃຕ້, ທະເລຈີນຕາເວັນອອກ ແລະ ເຂດອື່ນໆ.

ພາບນີ້ຄືຊິບໍ່ເປັນເລື່ອງທີ່ແປກໆ. ໃນຫຼາຍປີຜ່ານມານີ້, ອາເມຣິກາໄດ້ເຮັດເລື່ອງທີ່ຜິດໜັກຂຶ້ນອີກ ຄື ດຶງເອົາພັນທະມິດເຂົ້າມາເພີ່ມ ເພື່ອສ້າງ “ກຸ່ມກ້ອນໃນວົງແຄບ”ຂອງພວກມັນ ໂດຍແນໃສ່ຖ່ວງດຸນປະເທດຈີນມາໂດຍຕະຫຼອດ. ຕົວຢ່າງວ່າ ປີ 2017, ອາເມຣິກາໄດ້ສ້າງ “ການສົນທະນາດ້ານຄວາມໝັ້ນຄົງລະຫວ່າງອາເມຣິກາ-ຍີ່ປຸ່ນ-ອິນເດຍ-ອົດສະຕຣາລີ ” ຫຼື QUAD; ປີ 2021, ອາເມຣິກາ, ອັງກິດ ແລະ ອົດສະຕຣາລີໄດ້ສ້າງ “ສາຍພົວພັນຄູ່ຮ່ວມຄວາມໝັ້ນຄົງສາມຝ່າຍ” ຫຼື AUKUS. ທາດແທ້ຂອງກຸ່ມກ້ອນເຫຼົ່ານີ້ລ້ວນແຕ່ເປັນການເຮັດການເມືອງເປັນກຸ່ມກ້ອນດ້ວຍແນວຄິດສົງຄາມເຢັນ, ເພື່ອກົດໜ່ວງຄູ່ແຂ່ງທີ່ແຝງຊ້ອນຢູ່, ຮັກສາຄວາມເປັນເຈົ້າອຳນາດຂອງອາເມຣິກາໃນທົ່ວໂລກ.

ປິລິບປິນລ່ວງລ້ຳອຳນາດອະທິປະໄຕຂອງຈີນ ແລະ ທ້າທາຍເກາະຜິດຢູ່ທະເລຈີນໃຕ້, ທັງອີງໃສ່ອິດທິກຳລັງພາຍນອກເຮັດໃຫ້ຄວາມຂັດແຍ້ງຢູ່ທະເລຈີນໃຕ້ຫັນເປັນບັນຫາສາກົນ, ການກະທຳດັ່ງກ່າວໄດ້ລະເມີດຈິດໃຈຖະແຫຼງການຢ່າງໜັກໜ່ວງ, ຝືນກັບຄວາມປາຖະໜາຂອງປະເທດໃນພາກພື້ນທີ່ຢາກປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຈີນໃຕ້.

ຈີນມີຈຸດຢືນຢ່າງສະເໝີຕົ້ນສະເໝີປາຍໂດຍໃຫ້ແກ້ໄຂຄວາມຂັດແຍ້ງດ້ານຜືນແຜ່ນດິນ ແລະ ອະທິປະໄຕດ້ວຍສັນຕິວິທີໂດຍຜ່ານການເຈລະຈາ, ແຕ່ບໍ່ໝາຍຄວາມວ່າຈະຍອມຮັບການທ້າທາຍເກາະຜິດແບບໄຮ້ເຫດຜົນຂອງປະເທດໃດໜຶ່ງ. ຢູ່ພາຍໃຕ້ສະພາບການທີ່ປະເທດອາຊຽນເພີ່ມທະວີການພົວພັນກັບຈີນໂດຍລວມນັ້ນ, ກຸ່ມກ້ອນໃນວົງແຄບຂອງພວກອາເມຣິກາ ຍີ່ປຸ່ນ ແລະ ຟິລິບປິນແມ່ນຝືນກັບກະແສຂອງຍຸກສະໄໝ, ຈະບໍ່ໄດ້ນຳເອົາ “ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ” ມາໃຫ້ແກ່ພາກພື້ນຢ່າງແນ່ນອນ, ແຕ່ຍິ່ງຈະເພີ່ມການເປັນປໍລະປັກກັນ ແລະ ໄພຂົ່ມຂູ່ຂຶ້ນເທົ່ານັ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn