ພາສາລາວ

ຈີນຕອບຄຳຖາມກ່ຽວກັບເຈຕະນາບໍ່ດີຕໍ່ຈີນຂອງກອງປະຊຸມສຸດຍອດລະຫວ່າງອາເມຣິກາ,ຍີ່ປຸ່ນແລະຟິລິບປິນ

cri2024-04-13 17:04:45
Share
Share this with Close
Messenger Pinterest LinkedIn

ໂດຍແນໃສ່ເຈຕະນາບໍ່ດີຕໍ່ຈີນຂອງກອງປະຊຸມສຸດຍອດລະຫວ່າງອາເມຣິກາ,ຍີ່ປຸ່ນແລະຟິລິບປິນ, ທ່ານນາງເໝົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນວັນທີ12ເມສານີ້ວ່າ: ຈີນເດັດດ່ຽວຄັດຄ້ານຕໍ່ບາງປະເທດທີ່ກຳລັງຫຼິ້ນບັນຫາການເມືອງເປັນກຸ່ມ, ແລະເດັດດ່ຽວຄັດຄ້ານການກະທຳໃດໆທີ່ສ້າງຄວາມຂັດແຍ້ງໃຫ້ດຸເດືອດຂຶ້ນ ພ້ອມທັງທຳລາຍຄວາມໝັ້ນຄົງທາງຍຸດທະສາດແລະຜົນປະໂຫຍດຂອງປະເທດອື່ນ, ເດັດດ່ຽວຄັດຄ້ານການຈັດເປັນກຸ່ມເພື່ອປັດເຂ່ຍຝ່າຍອື່ນຢູ່ໃນພາກພື້ນແຫ່ງນີ້.

ທ່ານນາງເໝົານີງກ່າວວ່າ: ຍີ່ປຸ່ນແລະຟິລິບປີນສາມາດຂະຫຍາຍການພົວພັນປົກກະຕິກັບປະເທດອື່ນ, ແຕ່ຢ່າສູ່ນຳເອົາຄວາມເປັນປໍລະປັກກັນລະຫວ່າງຝ່າຍເຂົ້າຢູ່ໃນພາກພື້ນແຫ່ງນີ້, ຍິ່ງບໍ່ຄວນທຳການຮ່ວມມືສາມຝ່າຍທີ່ທຳລາຍຜົນປະໂຫຍດຂອງປະເທດອື່ນ.

ທ່ານນາງເໝົານີງກ່າວຕື່ມວ່າ: ຈີນຈະປົກປ້ອງອະທິປະໄຕດ້ານຜືນແຜ່ນດິນ , ສິດແລະຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວໜຽວແໜ້ນ, ຍຶດໝັ້ນໃນເວທີການສົນທະນາແລະເປິກສາຫາລືກັບປະເທດທີ່ກ່ຽວຂ້ອງໃນບັນຫາກ່ຽວກັບທະເລລະຫວ່າງສອງຝ່າຍນັ້ນໂດຍກົງ, ພ້ອມກັນນັ້ນ ຈີນເດັດດ່ຽວຄັດຄ້ານຕໍ່ປະເທດທີ່ຢູ່ນອກພາກພື້ນແຫ່ງນີ້ມັກເຂົ້າມາແຊກແຊງເພື່ອກໍ່ເລື່ອງແລະສ້າງສະຖານະການໃຫ້ຮຸນແຮງຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn