ພາສາລາວ

ໄຕມາດທີ1ປີນີ້ ປະລິມານການຂົນສົ່ງໂດຍສານແລະສິນຄ້າຜ່ານເສັ້ນທາງລົດໄຟຈີນ-ລາວເພີ່ມຂຶ້ນຢ່າງຫຼວງຫຼາຍ

cri2024-04-12 12:01:14
Share
Share this with Close
Messenger Pinterest LinkedIn

ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດແຈ້ງໃຫ້ຮູ້ໃນວັນທີ1ເມສານີ້ວ່າ: ນັບແຕ່ຕົ້ນປີນີ້ມາຮອດວັນທີ31ມີນາ2024, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດຫຼາຍກວ່າ5,74ລ້ານເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 4,87ລ້ານໂຕນ, ຄວາມຕ້ອງການດ້ານການຂົນສົ່ງຜູ້ໂດຍສານແມ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ ຂະນະທີ່ການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງເປັນຜົນງານການຂົນສົ່ງທີ່ດີໃນໄຕມາດທີ1ປີນີ້.

ໄຕມາດທີ1ປີນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານສະເລ່ຍຕໍ່ມື້ບັນລຸເຖິງ63.000ເທື່ອຄົນ, ເພີ່ມຂຶ້ນ23%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນໄລຍະເລັ່ງດ່ວນທີ່ສຸດ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານບັນລຸຫຼາຍກວ່າ 100.000 ເທື່ອຄົນຕໍ່ມື້ເປັນ 4ວັນຕິດຕໍ່ກັນ. ໃນນີ້, ສະຖານີສິບສອງພັ່ນນາແຂວງຢູນນານຈີນໄດ້ຂົນສົ່ງຜູ້ໂດຍສານບັນລຸ60.000ເທື່ອຄົນຕໍ່ມື້ເປັນ3ວັນຕິດຕໍ່ກັນ. ສະເລ່ຍແລ້ວ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າຫຼາຍກວ່າ53.000ໂຕນຕໍ່ມື້, ເປີດໃຫ້ບໍລິການຂົນສົ່ງສິນຄ້າຂ້າມແດນ14ຂະບວນຕໍ່ມື້, ເພີ່ມຂຶ້ນ10ຂະບວນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອີງຕາມຕົວເລກສະຖິຕິຂອງດ່ານພາສີຄຸນໝິງສະແດງໃຫ້ເຫັນວ່າ: ໃນໄຕມາດທີ1ປີນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກລວມທັງໝົດຫຼາຍກວ່າ1,38ລ້ານໂຕນ, ເພີ່ມຂຶ້ນ33,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຈີນສຳເລັດພາລະກິດການສຳຫຼວດວິທະຍາສາດຂົ້ວໂລກໃຕ້ຄັ້ງທີ 40 ຢ່າງຈົບງາມ

ຄວາມຫວັງໃຫຍ່ທີ່ສຸດຂອງລາວ ຄືຜະລິດທັນຍາຫານໃຫ້ຫຼາຍກວ່າເກົ່າ

ເລຂາຄະນະພັກແຂວງຢຸນນານ: ພວກເຮົາມີກາເຟແລະຊາທີ່ດີ

ເປັນຫຍັງລົດໃຊ້ພະລັງງານໃໝ່ຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າອາຊີຕາເວັນອອກສຽງໃຕ້

ບາດກ້າວໜຶ່ງຄືການກ້າວກະໂດດພັນປີ: ເລຂາຄະນະພັກແຂວງຢຸນນານແນະນຳເລື່ອງລາວທີ່ເຜົ່າຕູໂຫຼງຫຼຸດພົ້ນອອກຈາກຄວາມທຸກຍາກ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn