ພາສາລາວ

ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ1ປີ ໄດ້ຮັບປະກັນໃຫ້ຜູ້ໂດຍສານຜ່ານດ່ານເຂົ້າອອກເມືອງຢ່າງສະດວກວ່ອງໄວ

cri2024-04-12 11:52:01
Share
Share this with Close
Messenger Pinterest LinkedIn

ວັນທີ13ເມສານີ້, ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ1ປີ, ຕະຫຼອດໄລຍະໜຶ່ງປີຜ່ານມາ, ດ່ານກວດກາຊາຍແດນບໍ່ຫານຈີນໄດ້ໃຫ້ບໍລິການກວດກາຢ່າງມີປະສິດທິພາບສູງແກ່ລົດໄຟໂດຍສານສາກົນຫຼາຍກວ່າ 700 ຖ້ຽວຂະບວນ, ຮັບປະກັນໃຫ້ຜູ້ໂດຍສານຜ່ານດ່ານເຂົ້າອອກເມືອງຫຼາຍກວ່າ180.000 ຄົນ, ໃນນີ້, ລວມເຖິງຜູ້ໂດຍສານຕ່າງປະເທດຫຼາຍກວ່າ 28.000 ຄົນຈາກ83ປະເທດແລະເຂດແຄວ້ນ.

ວັນທີ13ເມສາ2023, ຂະບວນລົດໄຟໂດຍສານສາກົນເສັ້ນທາງລົດໄຟຈີນ-ລາວໄດ້ເປີດບໍລິການຢ່າງເປັນທາງການ, ຜູ້ໂດຍສານເຂົ້າອອກເມືອງຜ່ານເສັ້ນທາງລົດໄຟຈີນ-ລາວສາມາດເດີນທາງໄປເຖິງອາຊີໃຕ້, ອາຊີຕາເວັນອອກສຽງໃຕ້, ອາຊີຕາເວັນຕົກແລະອື່ນໆໂດຍກົງ, ຂະນະທີ່ການຂົນສົ່ງສິນຄ້າເຂົ້າອອກເມືອງໄດ້ກວມເຖິງ 12 ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ ລາວ, ໄທ, ມຽນມາ, ຫວຽດນາມແລະອື່ນໆ. ໄລຍະໜຶ່ງປີຜ່ານມານີ້, ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນຊ່ອງທາງທີ່ສະດວກວ່ອງໄວສຳລັບການເຊື່ອມໂຍງເຊື່ອມຈອດຈີນກັບຕ່າງປະເທດ, ສົ່ງຜົນປະໂຫຍດໃຫ້ແກ່ປະເທດອ້ອມຂ້າງ, ຊ່ວຍຊູຍູ້ໜູນກັນລະຫວ່າງສອງຝ່າຍ, ມີຄວາມປອດໄພ ແລະປະສິດທິພາບສູງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn