ພາສາລາວ

ລົດໄຟຂົນສົ່ງສິນຄ້າສາກົນ(ເຈີ້ງໂຈ່ວ-ວຽງຈັນ)ເສັ້ນທາງລົດໄຟຈີນ-ລາວຂະບວນທຳອິດແລ່ນລົດຕາມຕາຕະລາງແລ່ນລົດ

cri2024-04-12 11:48:54
Share
Share this with Close
Messenger Pinterest LinkedIn

ວັນທີ11ເມສານີ້, ຂະບວນລົດໄຟຖ້ຽວ 80031 ທີ່ບັນທຸກສິນຄ້າຈຳນວນ 1.180 ໂຕນໄດ້ແລ່ນອອກຈາກສະຖານີຜູຖຽນ ກຸ່ມບໍລິສັດທາງລົດໄຟຈີນສາຂາເຈີ້ງໂຈ່ວ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ລົດໄຟຂົນສົ່ງສິນຄ້າສາກົນ(ເຈີ້ງໂຈ່ວ-ວຽງຈັນ) ເສັ້ນທາງລົດໄຟຈີນ-ລາວຂະບວນທຳອິດແລ່ນລົດຕາມຕາຕະລາງແລ່ນລົດຢ່າງເປັນທາງການ.

ຕາມແຫຼ່ງຂ່າວແຈ້ງໃຫ້ຮູ້ວ່າ: ຂະບວນລົດໄຟຂົນສົ່ງສິນຄ້າສາກົນ(ເຈີ້ງໂຈ່ວ-ວຽງຈັນ)ເສັ້ນທາງລົດໄຟຈີນ-ລາວຈະປະຕິບັດການແລ່ນລົດຕາມຕາຕະລາງແລ່ນລົດ 3 ຂະບວນຕໍ່ອາທິດ ໂດຍຖືເອົາສະຖານີຜູຖຽນນະຄອນເຈີ້ງໂຈ່ວເປັນຈຸດເລີ່ມຕົ້ນ, ເດີນທາງໄປເຖິງສະຖານີນະຄອນຫຼວງວຽງຈັນໃຊ້ເວລາທັງໝົດ 114 ຊົ່ວໂມງ.

ຕາມແຫຼ່ງຂ່າວໃຫ້ຮູ້ຕື່ມວ່າ: ການເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າສາກົນ(ເຈີ້ງໂຈ່ວ-ວຽງຈັນ) ເສັ້ນທາງລົດໄຟຈີນ-ລາວຢ່າງເປັນທາງການ ຈະສາມາດເປີດຊ່ອງທາງວັດຖຸດິບ, ຫຼຸດຜ່ອນຕົ້ນທຶນການຜະລິດ, ປະຢັດເວລາການຂົນສົ່ງສິນຄ້າຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດຢູ່ເຂດແຄວ້ນລຽບຕາມເສັ້ນທາງລົດໄຟ, ຊ່ວຍໃຫ້ວິສາຫະກິດເຫຼົ່ານີ້ຫຼຸດຜ່ອນຕົ້ນທຶນການຈໍລະຈອນສິນຄ້າ, ພ້ອມທັງມີຜົນດີຕໍ່ວິສາຫະກິດໃນການພັດທະນາຕະຫຼາດຕ່າງປະເທດ ແລະຍົກສູງປະສິດທິຜົນດ້ານເສດຖະກິດໃຫ້ວິສາຫະກິດຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn