ພາສາລາວ

ສູນຄົ້ນຄວ້າກະສິກອນໄທຄາດຄະເນວ່າປີນີ້ຈະມີນັກທ່ອງທ່ຽວຕ່າງປະເທດໄປທ່ຽວປະເທດໄທເຖິງ 36 ລ້ານເທື່ອຄົນ

cri2024-04-08 14:35:27
Share
Share this with Close
Messenger Pinterest LinkedIn

ວັນທີ 4 ເມສານີ້, ສູນຄົ້ນຄວ້າກະສິກອນໄທເຜີຍແຜ່ບົດລາຍງານໃຫ້ຮູ້ວ່າ: ຄາດວ່ານັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດໄທຈະບັນລຸເຖິງ 36 ລ້ານເທື່ອຄົນໃນປີ 2024, ເທົ່າກັບ 90% ຂອງຈຳນວນນັກທ່ອງທ່ຽວທີ່ເຂົ້າປະເທດໄທກ່ອນຍັງບໍ່ທັນເກີດການແພ່ລະບາດຂອງພະຍາດໂຄວິດ-19.

ສູນຄົ້ນຄວ້າກະສິກອນໄທແຈ້ງໃຫ້ຮູ້ວ່າ: ໃນໄຕມາດທີໜຶ່ງຂອງປີນີ້, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດໄທໄດ້ບັນລຸເຖິງ 9,37 ລ້ານເທື່ອຄົນ, ເພີ່ມຂຶ້ນ 44% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023; ປີນີ້, ນັກທ່ອງທ່ຽວຈາກຈີນ, ມາເລເຊຍ, ສ.ເກົາຫຼີ, ອິນເດຍ, ຣັດເຊຍເຊິ່ງເປັນຕະຫຼາດແຫຼ່ງນັກທ່ອງທ່ຽວສຳຄັນລວມທັງອິນໂດເນເຊຍ ແລະ ຕະຫຼາດແຫຼ່ງນັກທ່ອງທ່ຽວອັນດັບ 2 ຂອງປະເທດເອີຣົບລ້ວນແຕ່ໄດ້ເພີ່ມຂຶ້ນເປັນຢ່າງດີ. ສະນັ້ນ, ສູນຄົ້ນຄວ້າດັ່ງກ່າວຈຶ່ງຄາດຄະເນວ່ານັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດໄທໃນປີ 2024 ຈະບັນລຸເຖິງ 36 ລ້ານເທື່ອຄົນ, ເທົ່າກັບ 90% ຂອງຈຳນວນນັກທ່ອງທ່ຽວທີ່ເຂົ້າມາປະເທດໄທໃນປີ 2019 ກ່ອນຍັງບໍ່ທັນເກີດການແພ່ລະບາດຂອງພະຍາດໂຄວິດ-19.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

ລົດ 45 ຄັນໃຊ້ເວລາ 5 ຊົ່ວໂມງ ຜ່ານ “ທາງຟ້າ” ເພື່ອສົ່ງນັກຮຽນກັບເມືອໂຮງຮຽນ

123全文 3 下一页

Share this story on

Messenger Pinterest LinkedIn