ພາສາລາວ

ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

CRI2024-04-06 12:47:08
Share
Share this with Close
Messenger Pinterest LinkedIn

ວັນທີ 4 ເມສານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີິກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານບຸຍແທັງເຊິນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຢູ່ເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຈີນ.

ທ່ານຫວາງຢີ້ກ່າວວ່າ: ການພົວພັນລະຫວ່າງຈີນ-ຫວຽດນາມໄດ້ຮັບການພັດທະນາຢ່າງວ່ອງໄວໃນປີ 2023 ແລ້ວນີ້, ຜູ້ນຳສູງສຸດຂອງສອງພັກຮ່ວມກັນປະກາດສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍດ້ານຍຸດທະສາດ, ເພີ່ມເນື້ອໃນຍຸກໃໝ່ໃຫ້ແກ່ຄຳເວົ້າທີ່ວ່າ “ມິດຕະພາບລະຫວ່າງຈີນ-ຫວຽດນາມເລິກເຊິ່ງ, ທັງເປັນສະຫາຍກັນທັງເປັນອ້າຍນ້ອງກັນ”. ໃນປີ 2024 ນີ້ ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມໄດ້ບັນລຸການເລີ່ມຕົ້ນທີ່ດີ. ສອງຝ່າຍຕ້ອງຮ່ວມກັນຊຸກຍູ້ການຮ່ວມມືໃນແຕ່ລະຂົງເຂດ.

ທ່ານບຸຍແທັງເຊິນກ່າວວ່າ: ຍິນດີຮັກສາການປະສານງານຢ່າງແໜ້ນແຟ້ນກັບຈີນ, ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນ, ຊຸກຍູ້ການລົງທຶນດ້ານເສດຖະກິດການຄ້າ, ລົງເລິກການຮ່ວມມືທ້ອງຖິ່ນ, ສ້າງປະຊາຄົມຮ່ວມຊາຕາກຳຫວຽດນາມ-ຈີນທີ່ມີຄວາມໝາຍດ້ານຍຸດທະສາດໃຫ້ດີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn