ກະຊວງການຕ່າງປະເທດຈີນເປີດເຜີຍຄວາມຈິງທີ່ຟີລິບປິນຝືນກັບຄຳໝັ້ນສັນຍາຂອງຕົນ, ທ້າທາຍເກາະຜິດໃນບັນຫາທະເລຈີນໃຕ້ ແລະ ລ່ວງລ້ຳອະທິປະໄຕຂອງຈີນ
ໂດຍແນໃສ່ຟີລິບປິນໄດ້ເຜີຍແຜ່ຖ້ອຍຄຳດ້ານລົບກ່ຽວກັບບັນຫາທະເລຈີນໃຕ້ຫຼາຍເທື່ອໃນຫວ່າງມໍ່ໆມານີ້, ວັນທີ 1 ເມສານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຟີລິບປິນໄດ້ກ່າວຕຳໜິຢ່າງໄຮ້ເຫດຜົນຕໍ່ຈີນຫຼາຍເທື່ອດ ຈຸດປະສົງແມ່ນຢາກປິດບັງຄວາມຈິງ ທີ່ຟີລິບປິນໄດ້ຝືນກັບຄຳໝັ້ນສັນຍາຂອງຕົນ, ລ່ວງລະເມີດສິດ ແລະ ທ້າທາຍເກາະຜິດຫຼາຍເທື່ອໃນບັນຫາທະເລຈີນໃຕ້ ແລະ ລ່ວງລ້ຳອະທິປະໄຕຂອງຈີນ. ຟີລິບປິນຄວນຢຸດຕິການທ້າທາຍເກາະຜິດ ແລະ ການລ່ວງລ້ຳອະທິປະໄຕຂອງຈີນໃນທັນທີ, ຈີນມີມານະຈິດຢ່າງເດັດດ່ຽວໜຽວແໜ້ນໃນການປົກປ້ອງອະທິປະໄຕຜືນແຜ່ນດິນ ແລະ ສິດຜົນປະໂຫຍດທາງທະເລຂອງຕົນ.
ທ່ານວາງເວີນປິ່ນກ່າວຕື່ມວ່າ: ຟີລິບປິນໄດ້ລະເມີດ “ຖະແຫຼງການຮ່ວມແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ທີ່ຈີນ ແລະ ບັນດາປະເທດອາຊຽນຮ່ວມກັນລົງນາມ. ຟີລິບປິນໄດ້ອີງໃສ່ການສະໜັບສະໜູນຈາກກຳລັງພາຍນອກ, ຝືນກັບຄຳໝັ້ນສັນຍາຂອງຕົນ, ທ້າທາຍເກາະຜິດເທື່ອແລ້ວເທື່ອອີກ, ນີ້ເປັນຕົ້ນປາຍສາຍເຫດທີ່ເຮັດໃຫ້ສະຖານະການທາງທະເລເຄັ່ງຕຶງຂຶ້ນ. ຄວາມຈິງຈະປິດບັງບໍ່ໄດ້ ແລະ ປີ້ນດຳເປັນຂາວບໍ່ໄດ້. ຟີລິບປິນຄວນຢຸດຕິການກະທຳແບບນີ້ໃນທັນທີ ແລະ ກັບຄືນສູ່ວົງໂຄຈອນ ທີ່ເຄົາລົບ ແລະ ປະຕິບັດຕາມຈິດໃຈຂອງຖະແຫຼງການດັ່ງກ່າວໂດຍໄວ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ
ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ