ພາສາລາວ

ຈີນເຊື້ອເຊີນລັດຖະມົນຕີຕ່າງປະເທດຂອງລາວ ຫວຽດນາມ ແລະ ຕິມໍແລັດສະເຕມາຢ້ຽມຢາມຈີນ

CRI2024-04-01 16:42:29
Share
Share this with Close
Messenger Pinterest LinkedIn

ວັນທີ 1 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ.

ມີນັກຂ່າວຖາມວ່າ: ທ່ານໂຄສົກສາມາດແນະນຳແຜນການຂອງຈີນທີ່ເຊື້ອເຊີນ ລັດຖະມົນຕີກະຊວງການຕ່າງປະເທດຂອງລາວ ຫວຽດນາມ ແລະ ຕິມໍແລັດສະເຕຢ້ຽມຢາມຈີນບໍ່, ຝ່າຍຈີນມີຄວາມຄາດຫວັງຄືແນວໃດຕໍ່ການມາຢ້ຽມຢາມໃນຄັ້ງນີ້?

ທ່ານວ່າງເວີນປິ່ນກ່າວວ່າ, ປະເທດອາຊີຕາເວັນອອກສຽງໃຕ້ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີທາງບົກ ແລະ ທາງທະເລຕິດຈອດກັບຈີນ, ທັງເປັນຄູ່ຮ່ວມມືທີ່ສຳຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ແລະໄດ້ເດີນຢູ່ແຖວໜ້າຂອງການປະຕິບັດແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ. ພາຍໃຕ້ການນຳພາດ້ານຍຸດທະສາດການຕ່າງປະເທດຂອງປະມຸກລັດ, ສາຍພົວພັນລະຫວ່າງຈີນກັບລາວ ຫວຽດນາມ ແລະ ຕິມໍແລັດສະເຕໄດ້ກ້າວເຂົ້າສູ່ຍຸກໃໝ່ທີ່ຍົກລະດັບຄຸນນະພາບໃຫ້ສູງຂຶ້ນ. ຈີນຫວັງວ່າຜ່ານການຢ້ຽມຢາມໃນຄັ້ງນີ້, ຈະໄດ້ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ແລະຊຸກຍູ້ໃຫ້ສາຍພົວພັນສອງຝ່າຍໃຫ້ໄດ້ຮັບຄວາມຄືບໜ້າຕົວຈິງຫຼາຍກວ່າເກົ່າ. ຈີນຍິນດີຮ່ວມກັບປະເທດອ້ອມຂ້າງ ເຊິ່ງລວມທັງບັນດາປະເທດອາຊີຕາເວັນອອກສຽງໃຕ້, ຖືເອົາການຖະແຫຼງຫຼັກ 5 ປະການຂອງການຢູ່ຮ່ວມກັນໂດຍສັນຕິຄົບຮອບ 70 ປີໃນປີນີ້ເປັນກາລະໂອກາດ, ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ, ເພີ່ມພະລັງທີ່ສ້າງສັນ ແລະ ຄວາມໝັ້ນຄົງໃຫ້ແກ່ພາກພື້ນ ກໍຄື ທົ່ວໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn