ພາສາລາວ

ຈີນຈະບໍ່ໃຫ້ຟີລິບປິນເຮັດຕາມລຳພັງໃຈກ່ຽວກັບບັນຫາທະເລຈີນໃຕ້

cri2024-03-29 12:19:24
Share
Share this with Close
Messenger Pinterest LinkedIn

ວັນທີ 28 ມີນານີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານອູຊ່ຽນ ຫົວໜ້າກົມການຂ່າວກະຊວງປ້ອງກັນປະເທດຈີນ ທັງເປັນໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວ.

ມີນັກຂ່າວຖາມວ່າ: ຕາມຂ່າວລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ອັນໂຕນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ຕຳໜິການເຄື່ອນໄຫວຢູ່ທະເລຈີນໃຕ້ຂອງຈີນ ແລະ ກ່າວຢ້ຳຄຳໝັ້ນສັນຍາດ້ານການປ້ອງກັນຊາດຂອງອາເມຣິກາທີ່ມີຕໍ່ຟີລິບປິນ, ພ້ອມກັນນັ້ນ, ອາເມຣິກາໄດ້ຕຳໜິຈີນທີ່ໄດ້ດຳເນີນການເຄື່ອນໄຫວຕໍ່ຟີລິບປິນຢູ່ທະເລຈີນໃຕ້ໃນວັນທີ 23 ມີນານີ້. ນອກຈາກນີ້, ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນໄດ້ສັ່ງໃຫ້ກອງທັບຟີລິບປິນເລີ່ມປະຕິບັດຍຸດທະສາດ “ແຜນການປ້ອງກັນໝູ່ເກາະຢ່າງຮອບດ້ານ”, ເຈົ້າໜ້າທີ່ຟີລິບປິນຕຳໜິຈີນທີ່ໄດ້ສະກັດກັ້ນຟີລິບປິນຂົນສົ່ງເຄື່ອງໄປສູ່ຫີນໂສໂຄກເຢີນໄອ້ເປັນຫຼາຍຄັ້ງ, ທ່ານໂຄສົກມີຄວາມເຫັນແນວໃດຕໍ່ກັບເລື່ອງເຫຼົ່ານີ້?

ທ່ານອູຊ່ຽນຕອບວ່າ: ການແຊກແຊງຂອງອາເມຣິກາແມ່ນສາເຫດຕົ້ນຕໍຂອງສະພາບການທີ່ປັ່ນປ່ວນຢູ່ທະເລຈີນໃຕ້. ຈີນມີທ່າທ່າງທີ່ຊັດເຈນຕໍ່ກັບເລື່ອງຈີນ ຄື: ອາເມຣິກາບໍ່ມີສິດເຂົ້າມາກ້າວກ່າຍແຕ່ຢ່າງໃດ, ການຮ່ວມມືດ້ານການທະຫານລະຫວ່າງອາເມຣິກາ ກັບ ຟີລິບຟິນບໍ່ສາມາດທຳລາຍອະທິປະໄຕຜືນແຜ່ນດິນ, ສິດ ແລະ ຜົນປະໂຫຍດຢູ່ເທິງທະເລຂອງຈີນຢ່າງເດັດຂາດ. ການເກາະຜິດຂອງຟີລິບປິນແມ່ນສາເຫດໂດຍກົງທີ່ເຮັດໃຫ້ບັນຫາທະເລຈີນໃຕ້ຮຸນແຮງຂຶ້ນໃນໄລຍະມໍ່ໆນີ້, ຈີນຈະບໍ່ໃຫ້ຟີລິບປິນເຮັດຕາມລຳພັງໃຈ. ຟີລິບປິນຄວນຮັບຮູ້ວ່າ: ການເກາະຜິດແມ່ນເລື່ອງທີ່ເສຍຫາຍຫຼາຍກວ່າການໄດ້ຮັບ, ການໄປເພິ່ງພາອາໄສຜູ້ອື່ນບໍ່ມີຄວາມຮັບປະກັນແມ່ນແຕ່ໜ້ອຍດຽວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ປາacipenser sinensis ຣຸ່ນທີ 2 ຈຳນວນ 200.000 ກວ່າໂຕຖືກປ່ອຍຄືນແມ່ນ້ຳຢັງຊີກຽງ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

ຈັດເວທີເປິກສາຫາລືຍ່ອຍກ່ຽວກັບ “ການຄຸ້ມຄອງທາງສັງຄົມ ແລະ ຄວາມໝັ້ນຄົງໃນພາກພື້ນຂອງເວທີເປິກສາຫາລືອາຊີໂປອາວ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn