ພາສາລາວ

ສຳເລັດການສຳຫຼວດວິທະຍາສາດຮ່ວມກັນລະຫວ່າງຈີນ-ອິນໂດເນເຊຍເປັນຄັ້ງທຳອິດ

CRI2024-03-29 11:35:40
Share
Share this with Close
Messenger Pinterest LinkedIn

ວັນທີ 28 ມີນານີ້, ກຳປັ່ນສຳຫຼວດວິທະຍາສາດ “ທ້ານໂສ-1” ໄດ້ຂົນສົ່ງເຮືອດຳນ້ຳບັນທຸກຄົນຂີ່ລົງໄປທະເລເລິກເລກ “ເຟີ້ນໂຕ້ເຈີ” ກັບເມືອນະຄອນຊ່ານຢ້າ ແຂວງໄຫຫຼຳຈີນ ໂດຍໄດ້ສຳເລັດໜ້າທີ່ການສຳຫຼວດທາງວິທະຍາສາດຮ່ວມກັນລະຫວ່າງຈີນ-ອິນໂດເນເຊຍເປັນຄັ້ງທຳອິດຢູ່ຮ່ອມທະເລຈາວາຂອງອິນໂດເນເຊຍເປັນເວລາ 50 ວັນຢ່າງເຕັມເມັດເຕັມໜ່ວຍ.

ນັກວິທະຍາສາດຈີນ ແລະ ອິນໂດເນເຊຍໄດ້ພ້ອມກັນສຳເລັດພາລະກິດການດຳລົງໄປຮອດບ່ອນເລິກທີ່ນ້ຳຕ່ຳກວ່າໜ້ານ້ຳທະເລ 7.180,4 ແມັດຢູ່ຮ່ອມທະເລຈາວາ ໂດຍໄດ້ສ້າງສະຖິຕິໃໝ່ໃນການດຳນ້ຳຢູ່ທະເລເລິກຂອງອິນໂດເນເຊຍ ເຊິ່ງໄດບັນທຶກວິດີໂອ ແລະ ຮູບຖ່າຍທີ່ມີຄວາມລະອຽດສູງອັນລ້ຳຄ່າຈຳນວນຫຼາຍ ນັບລວມແລ້ວໄດ້ເກັບເອົາສິ່ງທີ່ມີຊີວິດຢູ່ພື້ນທະເລເຖິງ 200 ກວ່າໂຕໃນນັ້ນລວມທັງສິ່ງທີ່ມີຊີວິດໃໝ່ທະເລເລິກຫຼາຍໂຕ.

ການສຳຫຼວດວິທະຍາສາດຮ່ວມກັນຢູ່ຮ່ອມທະເລຈາວາເທື່ອນີ້ໄດ້ເປີດໃບໜ້າໃໝ່ເພື່ອໃຫ້ຈີນ ກັບ ອິນໂດເນເຊຍເພີ່ມທະວີການຮ່ວມມືດ້ານທະເລ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn