ພາສາລາວ

ມຽນມາຈັດພິທີສວນສະໜາມເພື່ອສະຫຼອງວັນສ້າງຕັ້ງກອງທັບຄົບຮອບ79ປີ

cri2024-03-28 17:20:32
Share
Share this with Close
Messenger Pinterest LinkedIn

ວັນທີ 27 ມີນານີ້, ຢູ່ນະຄອນຫຼວງເນປີດໍຂອງມຽນມາໄດ້ຈັດພິທີສວນສະໜາມເພື່ອສະຫຼອງວັນສ້າງຕັ້ງກອງທັບຄົບຮອບ79ປີ , ໃນມື້ດຽວກັນ ມີທະຫານເຮືອ, ທະຫານບົກ ແລະທະຫານອາກາດຫຼາຍກວ່າ 7500 ຄົນ, ທີມສະແດງຂອງກອງທັບອາກາດ, ທະຫານມ້າ ແລະອື່ນໆເຂົ້າຮ່ວມພິທີດັ່ງກ່າວ. ນອກນີ້, ແຂກຜູ້ມີກຽດຫຼາຍຮ້ອຍຄົນ ເຊິ່ງລວມທັງຜູ້ຕາງໜ້າຊົນເຜົ່າສ່ວນໜ້ອຍ, ບັນດາເອກອັກຄະລັດຖະທູດຂອງຕ່າງປະເທດປະຈຳຢູ່ມຽນມາ ກໍໄດ້ເຂົ້າຮ່ວມພິທີດັ່ງກ່າວຕາມການເຊື້ອເຊີນ.

ວັນທີ 27 ມີນາປີ 1945, ກອງທັບປ້ອງກັນປະເທດມຽນມາ ທີ່ໃນເມື່ອກ່ອນຊື່ວ່າ ກອງທັບເອກະລາດມຽນມາ ໄດ້ລຸກຮືຂຶ້ນ ແລະເຂົ້າຮ່ວມກັບບັນດາປະເທດໃນໂລກທີ່ຄັດຄ້ານຟາຊິດ ເພື່ອຕໍ່ຕ້ານຍີ່ປຸ່ນຜູ້ຮຸກຮານ, ວັນທີ 27 ມີນາ ກໍກາຍເປັນວັນສ້າງຕັ້ງກອງທັບປ້ອງກັນປະເທດມຽນມາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

123全文 3 下一页

Share this story on

Messenger Pinterest LinkedIn