ພາສາລາວ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 700 ຖ້ຽວແລ້ວ

cri2024-03-28 17:08:10
Share
Share this with Close
Messenger Pinterest LinkedIn

ວັນທີ 28 ມີນານີ້, ນັກຂ່າວໄດ້ຊາບຂໍ້ມູນວ່າ: ນັບມາຮອດວັນທີ 27 ມີນານີ້, ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 700 ຖ້ຽວ, ເຊິ່ງໄດ້ດຶດດູງນັກທ່ອງທ່ຽວ 180.000 ເທື່ອຄົນທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນເດີນທາງໄປທ່ອງທ່ຽວຕ່າງປະເທດ, ໃນນັ້ນ, ລະຫວ່າງວັນທີ 1 ມັງກອນ ຫາ ວັນທີ 27 ມີນານີ້, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນ 54.000 ເທື່ອຄົນ.

ເບິ່ງຈາກສະຖິຕິ ແລະ ວິເຄາະຂອງດ່ານພາສີ ແລະ ສະຖານີກວດກາເຂດຊາຍແດນແລ້ວ, ນັກທ່ອງທ່ຽວທີ່ມາຈາກລາວ, ໄທ ແລະ ມາເລເຊຍມີຈຳນວນຫຼາຍທີ່ສຸດ, ຕົ້ນຕໍແມ່ນເດີນທາງໄປທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຂອງລາວ, ນະຄອນຄຸນມິງ, ກິ່ງແຂວງຕ້າລີ ແລະ ນະຄອນລີ້ຈ່ຽງຂອງຈີນ.

ນັບແຕ່ວັນທີ 10 ມີນານີ້ເປັນຕົ້ນໄປ, ສະຖານີຂອງລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວ, ຈາກ 8 ສະຖານີໃນເບື້ອງຕົ້ນຂອງການເປີດບໍລິການ ຄື: ສະຖານີຄຸນມິງໃຕ້, ພູເອີ, ສິບສອງພັ່ນນາ ແລະ ບໍ່ຫານຢູ່ຈີນ ພ້ອມດ້ວຍສະຖານີບໍ່ເຕນ, ຫຼວງພະບາງ, ວັງວຽງ ແລະ ວຽງຈັນຢູ່ລາວ, ໄດ້ເພີ່ມໃໝ່ອີກ 2 ສະຖານີ ຄື: ສະຖານີຢວີ້ຊີ່ຢູ່ຈີນ ແລະ ສະຖານີເມືອງໄຊຢູ່ລາວ, ທັງໝົດມີ 10 ສະຖານີ, ເຊິ່ງໄດ້ເຮັດໃຫ້ນັກທ່ອງທ່ຽວມີທາງເລືອກຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

123全文 3 下一页

Share this story on

Messenger Pinterest LinkedIn