ພາສາລາວ

ລົດໄຟຂົນສົ່ງສິນຄ້າ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 1.000 ຖ້ຽວແລ້ວ

CRI2024-03-27 11:27:42
Share
Share this with Close
Messenger Pinterest LinkedIn

ວັນທີ 26 ມີນານີ້, ນັກຂ່າວໄດ້ຊາບຂໍ້ມູນວ່າ: ນັບມາຮອດວັນທີ 25ມີນານີ້, ລົດໄຟຂົນສົ່ງສິນຄ້າສາກົນ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວ ນັບລວມແລ້ວ ໄດ້ແລ່ນລົດຫຼາຍກວ່າ 1.000 ຖ້ຽວ ເຊິ່ງປະລິມານການຂົນສົ່ງສິນຄ້າບັນລຸເຖິງ 395.000 ໂຕນ.

ລົດໄຟຂົນສົ່ງສິນຄ້າສາກົນ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງສຳເລັດຜົນນັ້ນ ແມ່ນຜົນງານສຳຄັນຂອງການຮ່ວມມືດ້ານທາງລົດໄຟລະຫວ່າງຈີນ ກັບ ລາວ, ກໍ່ໄດ້ສະແດງໃຫ້ເຫັນເຖິງສອງປະເທດດຳເນີນການຮ່ວມມືດ້ານເສດຖະກິດການຄ້າຢ່າງເລິກເຊິ່ງ. ນັບແຕ່ແລ່ນລົດມານີ້, ປະລິມານການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈັງຫວະການແລ່ນລົດໄດ້ເພີ່ມຈາກທຸກໆ 2 ມື້ຖ້ຽວໜຶ່ງຂຶ້ນເປັນມື້ລະຖ້ຽວ ເຊິ່ງໄດ້ຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້າທີ່ມີຄວາມຮຽກຮ້ອງດ້ານເວລາຕ່າງໆ ເຊັ່ນ: ໝາກໄມ້, ແລະດອກໄມ້ສົດເປັນຕົ້ນ.

ໃນ 2 ປີຜ່ານມານີ້, ໂດຍຜ່ານ “ທາງດ່ວນລ້ານຊ້າງ” ຕາມທາງລົດໄຟຈີນ-ລາວ, ໝາກໄມຕ່າງໆຂອງປະເທດລາວ ແລະ ໄທ ເຊັ່ນ: ທຸລຽນ, ມັງຄຸດແລະ ລຳໃຍເປັນຕົ້ນ ພ້ອມດ້ວຍໝາກໄມ້ ແລະ ຜັກ ທີ່ມີສີສັນພິເສດຂອງຈີນ ເຊັ່ນ: ຜັກກາດຫົວ ແລະ ໝາກພິລາເປັນຕົ້ນສາມາດຖືກຂົນສົ່ງ ແລະ ຂາຍຢູ່ຕ່າງປະເທດໂດຍໄວ ຍັງໄດ້ຊຸກຍູ້ການຮ່ວມມືດ້ານກະສິກຳ ແລະ ການໄປມາຫາສູ່ທາງການຄ້າລະຫວ່າງຈີນ ກັບ ລາວແລະ ໄທ.

ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການເປັນຕົ້ນມາ, ພາກສ່ວນທາງລົດໄຟໄດ້ເອົາໃຈໃສ່ດຳເນີນການປະດິດສ້າງຢ່າງຕັ້ງໜ້າ ແລະ ສະເໜີຮູບການຂົນສົ່ງສາກົນໃໝ່ ຄື “ທາງລົດໄຟຈີນ-ລາວ+ທາງລົດໄຟຈີນ-ເອີຣົບ” ເຮັດໃຫ້ເວລາການຂົນສົ່ງໂດຍກົງລະຫວ່າງລາວ ໄທ ແລະ ປະເທດອື່ນໆ ກັບ ເອີຣົບໄດ້ຫຼຸດລົງເຖິງ 15 ວັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ທ່ຽວຊົມດອກສະກຸຣະຢູ່ໜອງຕາເວັນຕົກ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn