ພາສາລາວ

ຈີນຕໍ່ວ່າທັກທ້ວງຕໍ່ຟີລິບປິນຢ່າງເຄັ່ງຂຶມທີ່ລ່ວງເຂົ້າເຂດທະເລໃກ້ກັບຫີນໂສໂຄກເຢີນໄອ້ຂອງຈີນເພື່ອຂົນສົ່ງເຄື່ອງຢ່າງຜິດກົດໝາຍ

cri2024-03-26 15:21:51
Share
Share this with Close
Messenger Pinterest LinkedIn

ວັນທີ 25 ມີນານີ້, ທ່ານເຊິນສຽວຕົ່ງ ຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາຜ່ານທາງໂທລະສັບກັບທ່ານນາງ ມາເຣຍ ເທເຣຊາ ລາຊາໂຣ ຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ, ໂດຍໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມກ່ຽວກັບຟີລິບປິນຂົນສົ່ງເຄື່ອງໃຫ້ກຳປັ່ນທະຫານທີ່ຕິດຄ້າງຢູ່ຫີນໂສໂຄກເຢີນໄອ້ຂອງຈີນຢ່າງຜົດກົດໝາຍ.

ທ່ານເຊິນສຽວຕົ່ງກ່າວວ່າ: ຟີລິບປິນມີເຈດຈຳນົງທີ່ຢາກອ້າງການຕັດສິນທີ່ຜົດກົດໝາຍຂອງຄະດີຕັດສິນທະເລຈີນໃຕ້, ກຳນົດເອົາເກາະຮວງຢຽນ, ເຂດທະເລ ແລະ ຫີນໂສໂຄກສ່ວນຫຼາຍຢູ່ໝູ່ເກາະນານຊ່າຂອງຈີນເປັນເຂດທະເລຂອງຟີລິບປິນດ້ວຍຮູບແບບກົດໝາຍ. ເລື່ອງນີ້ຍ່ອມຈະເປັນການລ່ວງລະເມີດອະທິປະໄຕທາງຜືນແຜ່ນດິນຢູ່ທະເລຈີນໃຕ້, ສິດ ແລະ ຜົນປະໂຫຍດຢູ່ເທິງທະເລຂອງຈີນຢ່າງໜັກໜ່ວງ, ເຮັດໃຫ້ຂໍ້ຂັດແຍ້ງດ້ານທະເລລະຫວ່າງສອງປະເທດຮຸນແຮງຂຶ້ນ ແລະ ກວ້າງອອກ, ສ້າງຜົນຮ້າຍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ທະເລຈີນໃຕ້ ແລະ ສາຍພົວພັນລະຫວ່າງສອງປະເທດ.

ທ່ານເຊິນສຽວຕົ່ງເນັ້ນໜັກວ່າ: ຈີນຮຽກຮ້ອງມາຍັງຟີລິບປິນອີກຄັ້ງໜຶ່ງຈົ່ງໃຫ້ຄວາມສຳຄັນຕໍ່ບັນຫາທີ່ຈີນເອົາໃຈໃສ່ຢ່າງແທ້ຈິງ, ຍຸດຕິການກະທຳທີ່ຜິດພາດ, ກັບຄືນສູ່ເສັ້ນທາງຖືກຕ້ອງທີ່ແກ້ໄຂຂໍ້ຂັດແຍ້ງຢ່າງເໝາະສົມໂດຍຜ່ານການເຈລະຈາກັບຈີນໂດຍໄວ, ຮ່ວມກັບຈີນປົກປັກຮັກສາສາຍພົວພັນສອງຝ່າຍ, ສ້າງສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລຈີນໃຕ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn