ພາສາລາວ

ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມຂົນສົ່ງສິນຄ້າຫຼາຍກວ່າ500ຕູ້ມາດຕະຖານຕໍ່ເດືອນເປັນຄັ້ງທຳອິດ

cri2024-03-24 12:30:55
Share
Share this with Close
Messenger Pinterest LinkedIn

ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜິງຈຳກັດແຈ້ງໃຫ້ຮູ້ເມື່ອວັນທີ22ມີນານີ້ວ່າ: ນັບມາຮອດວັນທີ21ມີນາ2024, ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ຂົນສົ່ງສິນຄ້າຫຼາຍກວ່າ 500 ຕູ້ມາດຕະຖານໃນເດືອນມີນານີ້, ເຊິ່ງເປັນຄັ້ງທຳອິດທີ່ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມຂົນສົ່ງສິນຄ້າຫຼາຍຍກວ່າ500ຕູ້ມາດຕະຖານຕໍ່ເດືອນ.

ນັບແຕ່ຕົ້ນປີ2024ນີ້, ໄປຄຽງຄູ່ກັບການໄປມາຫາສູ່ກັນດ້ານເສດຖະກິດການຄ້າຈີນ-ຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງແລ້ວ, ການຂົນສົ່ງສິນຄ້າຂອງຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ປະຕິບັດງານຢ່າງຫຼວງຫຼາຍ ໂດຍໄດ້ຂົນສົ່ງສິນຄ້າທີ່ຈັດສົ່ງຈາກສູນລວມສິນຄ້າປົກຄຸມທົ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີກໍຄືນະຄອນແລະແຂວງຕ່າງໆຂອງຈີນທັງໝົດ 20 ກວ່າແຫ່ງເຊັ່ນ: ແຂວງກວາງຕຸ້ງ, ແຂວງເຈີີ້ຈ່ຽງ, ກຳແພງນະຄອນຊຽງໄຮ້ເປັນຕົ້ນ, ສິນຄ້າຂົນສົ່ງໄດ້ເພີ່ມຂຶ້ນເປັນ620ກວ່າຊະນິດ ເຊິ່ງເປັນການເພີ່ມແຮງຂັບເຄື່ອນຢ່າງບໍ່ຂາດສາຍໃຫ້ແກ່ການພັດທະນາການຄ້າລະຫວ່າງສອງປະເທດຈີນ-ຫວຽດນາມ.

ນັບແຕ່ຕົ້ນປີ2024ມາຮອດວັນທີ21ມີນານີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມສາມາດຂົນສົ່ງສິນຄ້າໄດ້ທັງໝົດ1168ຕູ້ມາດຕະຖານ, ເພີ່ມຂຶ້ນ 47%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn