ພາສາລາວ

ມອບຮັບຈຸດບໍລິການການປະຕິບັດກົດໝາຍຂອງລາວທີ່ໄດ້ຮັບການຊ່ວຍເຫຼືອກໍ່ສ້າງໂດຍສູນການຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການ

CRI2024-03-19 14:58:34
Share
Share this with Close
Messenger Pinterest LinkedIn

ວັນທີ 18 ມີນານີ້, ນັກຂ່າວໄດ້ຮັບຊາບຂໍ້ມູນຈາກກະຊວງປ້ອງກັນຄວາມສະຫງົບຈີນວ່າ: ເພື່ອສະເຫຼີມສະຫຼອງການດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 8 ປີກໍຄື “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປະຈຳປີ 2024, ພິທີມອບຮັບຈຸດບໍລິການການປະຕິບັດກົດໝາຍຢູ່ບັນດາແຂວງລຽບຕາມຊາຍແດນຂອງລາວທີ່ໄດ້ຮັບການຊ່ວຍເຫຼືອກໍ່ສ້າງໂດຍສູນການຮ່ວມມືຄວາມປອດໄພການປະຕິບັດກົດໝາຍສັງລວມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ແຂວງຜົ້ງສາລີຂອງລາວໃນຫວ່າງມໍ່ໆມານີ້.

ຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ປີ 2018 ເປັນຕົ້ນມາ, ສູນການຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຊ່ວຍເຫຼືອກໍ່ສ້າງຈຸດບໍລິການປະຕິບັດກົດໝາຍແລະຈຸດກວດກາຢາເສບຕິດຫຼາຍແຫ່ງຢູ່ບັນດາແຂວງລຽບຕາມຊາຍແດນຂອງລາວໂດຍທີ່ແບ່ງເປັນຫຼາຍງວດ, ໄດ້ສະໜອງເຮືອລາດຕະເວນ, ເຮືອໄວແລະອຸປະກອນປະຕິບັດກົດໝາຍອື່ນໆ. ຈຸດບໍລິການການປະຕິບັດກົດໝາຍທີ່ກ່ຽວຂ້ອງແລະຈຸດກວດກາຢາເສບຕິດຍຶດໄດ້ຢາເສບຕິດແລະສານເຄມີດັ້ງຕົ້ນທີ່ຜະລິດຢາເສບຕິດໄດ້ງ່າຍຢ່າງຫຼວງຫຼາຍ, ເຊິ່ງໄດ້ປາບປາມການກະທຳຜິດກົດໝາຍແລະກໍ່ອາດຊະຍາກຳຢູ່ເຂດຊາຍແດນຂອງລາວຢ່າງແຂງແຮງ, ໄດ້ປົກປັກຮັກສາຄວາມປອດໄພແລະຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນຢ່າງມີປະສິດທິຜົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn