ພາສາລາວ

ໄທຊຸກຍູ້ການເປີດກວ້າງການສົ່ງອອກເຂົ້າສານຕໍ່ຈີນ

cri2024-03-14 17:15:04
Share
Share this with Close
Messenger Pinterest LinkedIn

ໜັງສືພິມບາງກອກໂພສຂອງໄທລາຍງານໃນວັນທີ 13 ມີນານີ້ວ່າ: ໄທມີແຜນຈະເປີດກວ້າງການສົ່ງອອກເຂົ້າສານຕໍ່ແຜ່ນດິນໃຫຍ່ຈີນແລະເຂດບໍລິຫານພິເສດຮົງກົງຂອງຈີນ. ກ່ອນໜ້ານີ້, ສື່ມວນຊົນໄທໄດ້ລາຍງານວ່າ: ລັດຖະບານໄທໄດ້ວາງເປົ້າໝາຍທີ່ສົ່ງອອກເຂົ້າສານທີ່ມີປະລິມານທັງໝົດ 7,5 ລ້ານໂຕນໃນປີນີ້. ເພື່ອຊຸກຍູ້ການສົ່ງອອກຕໍ່ຈີນ, ໄທຍັງມີແຜນຈະສ້າງສູນຈຳໜ່າຍເຂົ້າສານແຫ່ງໜຶ່ງຢູ່ນະຄອນເຊີ່ນເຈີ້ນຂອງຈີນ.

ຕົວເລກຂໍ້ມູນຂອງເວັບໄຊສະມາຄົມຜູ້ສົ່ງອອກເຂົ້າສານໄທສະແດງໃຫ້ເຫັນວ່າ: ປີ 2023, ການສົ່ງອອກເຂົ້າສານຂອງໄທຕໍ່ແຜ່ນດິນໃຫຍ່ຈີນໄດ້ບັນລຸຫຼາຍກວ່າ 4,7 ແສນໂຕນ, ສ່ວນເຂົ້າສານທີ່ສົ່ງອອກຕໍ່ເຂດບໍລິຫານພິເສດຮົງກົງຈີນໄດ້ມີຫຼາຍກວ່າ 1,5 ແສນໂຕນ. ແຜ່ນດິນໃຫຍ່ຈີນແມ່ນຈຸດໝາຍປາຍທາງຂອງການສົ່ງອອກເຂົ້າສານອັນດັບ 3 ຂອງໄທ,ສ່ວນເຂດຮົງກົງຂອງຈີນແມ່ນຢູ່ໃນອັນດັບທີ 13.

ໜັງສືພິມບາງກອກໂພສຂອງໄທລາຍງານວ່າ: ເຂົ້າສານຫອມມະລິຂອງໄທແມ່ນຜະລິດຕະພັນຕົ້ນຕໍໃນການສົ່ງອອກດ້ານກະສິກຳຂອງໄທມາໂດຍຕະຫຼອດ,ໄທເບິ່ງໃນແງ່ດີຕໍ່ຄວາມຕ້ອງການຂອງຕະຫຼາດຈີນທີ່ມີຕໍ່ເຂົ້າສານທີ່ມີຄຸນນະພາບສູງ,ຈະຊຸກຍູ້ການເປີດກວ້າງການສົ່ງອອກເຂົ້າສານຕໍ່ຈີນຢ່າງຕໍ່ເນື່ອງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊຸກຍູ້ໃຫ້ນຳໃຊ້ໄມ້ໄຜ່ແທນພລາສຕິກ, ປະກອບສ່ວນອັນໃໝ່ເຂົ້າໃນການແກ້ໄຂມົນລະພິດດ້ານພລາສຕິກໃນທົ່ວໂລກ

123全文 3 下一页

Share this story on

Messenger Pinterest LinkedIn