ພາສາລາວ

ຜູ້ຖືກຫາສໍ້ໂກງຊັບແລະການພະນັນສັນຊາດຈີນ800ກວ່າຄົນຢູ່ເຂດເມ້ຍວະດີຂອງມຽນມາຖືກນຳສົ່ງຜ່ານປະເທດໄທກັບຄືນສູ່ປະເທດ

cri2024-03-14 10:56:09
Share
Share this with Close
Messenger Pinterest LinkedIn

ເມື່ອມໍ່ໆມານີ້, ໂດຍຜ່ານຈາກການຫາລືແລະເຫັນດີຂອງພາກສ່ວນກ່ຽວຂ້ອງຂອງສາມປະເທດຈີນ,ໄທແລະມຽນມາ, ຜູ້ຖືກຫາສໍ້ໂກງຊັບແລະການພະນັນສັນຊາດຈີນ800ກວ່າຄົນຢູ່ເຂດເມ້ຍວະດີຂອງມຽນມາຖືກນຳສົ່ງຜ່ານປະເທດໄທກັບຄືນສູ່ປະເທດຈີນຕາມຕາມກັນ.

ຕາມແຫຼ່ງຂ່າວໃຫ້ຮູ້ວ່າ: ເພື່ອກວາດລ້າງອາຊະຍາກຳອັນພົ້ນເດັ່ນຕາມກົດໝາຍເຊັ່ນ: ການສໍ້ໂກງຊັບທາງລະບົບໂທລະຄົມແລະການພະນັນທາງອິນເຕີເນັດຂ້າມຊາດແລະອື່ນໆ, ເດືອນມີນາປີ2023ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດຈີນໄດ້ຮ່ວມສຳພັນກັບພາກສ່ວນປະຕິບັດກົດໝາຍຂອງມຽນາມາແລະໄທເປີດປະຕິບັດການຮ່ວມ ເຊິ່ງໄດ້ໄດ້ຮັບຜົນງານຢ່າງຫຼວງຫຼາຍ. ໄປຄຽງຄູ່ກັບການປະຕິບັດການກວາດລ້າງອາຊະຍາກຳໄດ້ສືບຕໍ່ຂະຫຍາຍຕົວລົງສູ່ລວງເລິກ, ຜ່ານຈາກຄວາມພະຍາຍາມຮ່ວມແລະປະສານງານຢ່າງໃກ້ຊິດຂອງສາມຝ່າຍ, ຄົນຈີນສ່ວນໜຶ່ງທີ່ຖືກຫາສໍ້ໂກງຊັບແລະການພະນັນຢູ່ເຂດນິຄົມເມ້ຍວະດີປະເທດມຽນມາໄດ້ສະເໜີຈະກັບຄືນປະເທດດ້ວຍຄວາມສະໝັກໃຈ. ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ຕຳຫຼວດຈີນໄດ້ສົ່ງໜ່ວຍງານໄປຮ່ວມສຳພັນກັບຝ່າຍມຽນມາແລະໄທເພື່ອສຳເລັດວຽກງານນຳສົ່ງຜູ້ຖືກຫາເຫຼົ່ານີ້ຄືນສູ່ປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ປູກຕົ້ນໄມ້ເພື່ອຕ້ອນຮັບລະດູບານໃໝ່

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

123全文 3 下一页

Share this story on

Messenger Pinterest LinkedIn