ພາສາລາວ

ກຳປູເຈຍຈັດກອງປະຊຸມເວທີເປິກສາຫາລືລັດຖະບານດີຈີຕອນຄັ້ງທຳອິດ

cri2024-03-12 15:01:32
Share
Share this with Close
Messenger Pinterest LinkedIn

ວັນທີ 11 ມີນານີ້, ກອງປະຊຸມເວທີເປິກສາຫາລືລັດຖະບານດີຈີຕອນກຳປູເຈຍຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍໄດ້ເຂົ້າຮ່ວມພິທີເປີດກອງປະຊຸມແລະກ່າວຄຳປາໄສ.

ທ່ານຮຸນມາເນັດກ່າວວ່າ: ໃນຫຼາຍປີທີ່ຜ່ານມາ, ລັດຖະບານກຳປູເຈຍໄດ້ຮັບຜົນສຳເລັດທີ່ສຳຄັນດ້ານການຊຸກຍູ້ການພັດທະນາດີຈີຕອນ. ປີ 2023, ຈຳນວນຜູ້ຈົດທະບຽນໃຊ້ບໍລິການອິນເຕີເນັດເຄື່ອນທີ່ແລະຜູ້ໃຊ້ໂທລະສັບມືຖືມີຫຼາຍກວ່າ 19 ລ້ານເລກໝາຍ, ຄ່າໃຊ້ຈ່າຍດ້ວຍດີຈີຕອນມີເຖິງ 492 ຕື້ໂດລາ.

ທ່ານຮຸນມາເນັດກ່າວຕື່ມວ່າ: ລັດຖະບານກຳປູເຈຍຕັ້ງໜ້າຊຸກຍູ້ວາລະນະໂຍບາຍດີຈີຕອນ, ຈະຮ່ວມກັບປະເທດສະມາຊິກອາຊຽນເພື່ອຊຸກຍູ້ “ສັນຍາຂອບເສດຖະກິດດີຈີຕອນອາຊຽນ”, ຄາດວ່າຮອດປີ 2030, ຍອດປະລິມານເສດຖະກິດຂອງດີຈີຕອນອາຊຽນທີ່ມີ 1.000 ຕື້ໂດລາຕໍ່ປີຈະເພີ່ມຂຶ້ນເປັນ 2.000 ຕື້ໂດລາຕໍ່ປີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

123全文 3 下一页

Share this story on

Messenger Pinterest LinkedIn