ພາສາລາວ

ເປີດບໍລິການໃຫ້ຂະບວນລົດໄຟສາກົນຕາມທາງລົດໄຟຈີນ-ລາວຈອດເພີ່ມອີກ2ສະຖານີ

cri2024-03-09 16:58:51
Share
Share this with Close
Messenger Pinterest LinkedIn

ວັນທີ 8 ມີນານີ້, ກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງແຈ້ງໃຫ້ຊາບວ່າ: ເພື່ອເສີມຂະຫຍາຍການໄປມາຫາສູ່ກັນ ດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳຢ່າງບໍ່ຢຸດຢັ້ງ, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຕອບສະໜອງຄວາມຕ້ອງການໃນດ້ານການອອກເດີນທາງຂອງຜູ້ໂດຍສານຂ້າມຊາດ, ນັບແຕ່ວັນທີ10ມີນານີ້ເປັນຕົ້ນໄປ, ຈະເປີດບໍລິການໃຫ້ຂະບວນລົດໄຟໂດຍສານສາກົນຖ້ຽວ D87ແລະ D88 ແຕ່ນະຄອນຄຸນມີງຈີນ-ນະຄອນຫຼວງວຽງຈັນລາວຈອດເພີ່ມອີກ2ສະຖານີ, ຈາກນີ້, ທາງລົດໄຟສາຍນີ້ມີສະຖານີໃຫ້ບໍລິການສຳລັບຂະບວນລົດໄຟສາກົນຈອດລວມທັງໝົດ ບັນລຸເຖິງ 10 ສະຖານີ. ພ້ອມກັນນັ້ນ,ພາກສ່ວນທາງລົດໄຟຍັງໄດ້ປະສານສົມທົບກັບພາກສ່ວນຕ່າງໆເຊັ່ນ ດ່ານພາສີ ແລະ ດ່ານກວດກາຊາຍແດນເປັນຕົ້ນເພື່ອຫຼຸດເວລາຜ່ານດ່ານໃຫ້ໜ້ອຍລົງ, ສ່ວນເວລາແລ່ນລົດຂາດ່ຽວຍັງເປັນ 9 ຊົ່ວໂມງ 26 ນາທີຄືເກົ່າ.

ສະຖານີລົດໄຟທີ່ເປີດບໍລິການເພີ່ມໃໝ່ເທື່ອນີ້ ແມ່ນສະຖານີຢວີ້ຊີ່ຂອງຈີນ ແລະ ສະຖານີເມືອງໄຊຂອງລາວ, ຜູ້ໂດຍສານຂອງນະຄອນຢວີ້ຊີ່ ແຂວງຢຸນນານຈີນ ແລະ ເມືອງໄຊ ແຂວງອຸດົມໄຊ ຂອງລາວ ສາມາດຂຶ້ນຂະບວນລົດໄຟໂດຍສານສາກົນຈີນ-ລາວ ຢູ່ສະຖານີຢວີ້ຊີ່ ແລະສະຖານີເມືອງໄຊ ເພື່ອເດີນທາງຂ້າມຊາດໄດ້.

1234全文 4 下一页

Share this story on

Messenger Pinterest LinkedIn