ພາສາລາວ

ນາຍົກມາເລເຊຍ ຕຳນິປະເທດຕາເວັນຕົກເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍໃຊ້ສອງມາດຕະຖານ

cri2024-03-09 16:46:05
Share
Share this with Close
Messenger Pinterest LinkedIn

ວັນທີ7ມີນານີ້, ທ່ານອັນວາຣ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ທີ່ພວມຢ້ຽມຢາມອົດສະຕຣາລີ ໄດ້ກ່າວປາຖະກະຖາຢູ່ມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ທີ່ນະຄອນຫຼວງແຄັນເບີຣາ ໂດຍກ່າວໂຈມຕີປະເທດຕາເວັນຕົກ ທີ່ປະຕິບັດສອງມາດຕະຖານ ຢ່າງບັງອາດຕໍ່ກົດໝາຍສາກົນຄື “ຫາກມີປະໂຫຍດຈະນຳໃຊ້, ຫາກບໍ່ມີປະໂຫຍດຈະປະຖິ້ມ”.

ທ່ານອັນວາຣຊີ້ໃຫ້ເຫັນວ່າ: ປະເທດຕາເວັນຕົກໃຊ້ສອງມາດຕະຖານ ແລະ ນຳໃຊ້ກົດ ໝາຍສາກົນຢ່າງມີການເລືອກເຟັ້ນ, ດ້ານໜຶ່ງກ່າວປະນາມຣັດເຊຍປະຕິບັດການທາງການທະຫານຕໍ່ອູແກຣນ, ອີກດ້ານໜຶ່ງຊ້ຳພັດບໍ່ເດັດດ່ຽວ ທວງໃຫ້ອິດສະຣາແອນຢຸດຍິງຢູ່ເຂດກາຊາ. ປະເທດຕາເວັນຕົກມີປະຕິກິລິຍາທີ່ແຕກຕ່າງກັນ ຕໍ່ການປະທະກັນລະຫວ່າງຣັດເຊຍກັບອູແກຣນ ແລະ ລະຫວ່າງປາແລັດສະຕິນກັບອິດສະຣາແອນ ເຊິ່ງສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງທາດແທ້ເຫັນແກ່ຕົວຂອງເຂົາເຈົ້າ ທີ່ເປີດປ່າວການໂຄສະນາຢ່າງແຮງກ່ຽວກັບອັນທີ່ເອີ້ນວ່າ “ລະບຽບການທີ່ຢູ່ບົນພື້ນຖານກົດລະບຽບ”.

ທ່ານກ່າວເນັ້ນວ່າ: ປະເທດຕາເວັນຕົກມີປະຕິກິລິຍາຕ່າງກັນ ຕໍ່ສົງຄາມຣັດເຊຍ-ອູແກຣນ ແລະ ການປະທະກັນຢູ່ເຂດກາຊາແມ່ນບໍ່ສົມເຫດສົມຜົນ, ຖ້າຫາກເຂົາເຈົ້າຄຶດວ່າ ປະເທດອື່ນຈະບໍ່ສັງເກດເຫັນຈຸດນີ້ໄດ້, ມັນຈະເປັນຄວາມຜິດພາດທີ່ໂງ່ຈ້າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທາງລົດໄຟສາຍນິງໂປ່-ໂຈ່ວຊ່ານ ຄືກັບຂົວຮົງກົງ-ຈູ່ຈ່ຽງ-ມາກ໊າວ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

ງິ້ວທີ່ເປັນມູນເຊື້ອເຂົ້າເຖິງປະຊາຊົນຮາກຖານ

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ທ່ານສີຈິ້ນຜິງ: ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໝາຍຄວາມວ່າຈະເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳເກົ່າ

ສຳນວນທີ່ປະທັບໃຈຂອງທ່ານສີຈິ້ນຜິງໃນກອງປະຊຸມສອງສະພາທີ່ຜ່ານມາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn