ພາສາລາວ

ເຜີຍແບແຜນການທະເລຈີນໃຕ້ຂອງຟີລິບປິນທີ່ແລ່ນນຳໜ້າໝູ່

cri2024-03-08 14:58:54
Share
Share this with Close
Messenger Pinterest LinkedIn

ວັນທີ 5 ມີນານີ້, ຟີລິບປິນໄດ້ລ່ວງເຂົ້າເຂດທະເລທີ່ໃກ້ກັບຫາດຕື້ນເຢີນອ້າຍໝູ່ເກາະໜານຊ່າຂອງຈີນຢ່າງຜິດກົດໝາຍອີກເທື່ອໜຶ່ງ ເພື່ອຂົນສົ່ງວັດສະດຸກໍ່ສ້າງ ແລະ ວັດຖຸອື່ນໆໃຫ້ແກ່ກຳປັ່ນສູ້ຮົບຂອງຕົນທີ່ຕັ້ງໃຈຄ້າງຢູ່ເຂດທະເລດັ່ງກ່າວ ພ້ອມທັງຕັ້ງໃຈຕຳເຂົ້າກັບເຮືອປະຕິບັດກົດໝາຍຂອງເຈົ້າໜ້າທີ່ຕຳຫຼວດທາງທະເລຂອງຈິນ.

ອຸບັດເຫດຕຳເຮືອຄັ້ງນີ້ ເປັນການເຄື່ອນໄຫວຫຼ້າສຸດຂອງແຜນການທະເລຈີນໃຕ້ຂອງຟີລິບປິນທີ່ແລ່ນນຳໜ້າໝູ່ໃນບັນຫາທະເລຈີນໃຕ້. ເພື່ອບັນລຸຄວາມໃຝ່ຝັນອັນຜິດພາດຂອງຕົນ, ຟີລິບປິນໄດ້ໃຊ້ກົນອຸບາຍຢ່າງນ້ອຍ 3 ຢ່າງ ຄື:

ກ່ອນອື່ນ, ເພື່ອໃຫ້ປະຊາຄົມໂລກເກີດມີຄວາມຫຼົງໃຫຼ, ຟີລິບປິນໄດ້ຕັ້ງແກ້ງບິດເບືອນມາດຕະການອັນສົມເຫດສົມຜົນ ແລະ ຊອບທຳຂອງຈີນໃນການປົກປ້ອງສິດທິຂອງຕົນໃຫ້ເປັນ “ການຂັບໄລ່ດ້ວຍຄວາມຮຸນແຮງ” “ການລົບກວນຊາວປະມົງຟີລິບປິນເຮັດວຽກ” ແລະອື່ນໆ, ເສກສັນປັ້ນແຕ່ງຄຳຫຼອກລວງທີ່ວ່າ “ປະເທດໃຫຍ່ບັງບຽດປະເທດນ້ອຍ”, ປອມຕົວໃຫ້ເປັນຜູ້ຖືກບັງບຽດ.

ສອງ, ໃນເດືອນກຸມພາປີ 2024 ນີ້, ສະພາສູງຟີລິບປິນໄດ້ຜ່ານອັນທີ່ເອີ້ນວ່າ “ຍັດຕິວ່າດ້ວຍເຂດທະເລ” ໂດຍໄດ້ຈັດເອົາເກາະຮວງເຢນ, ເກາະດອນອື່ນໆ ພ້ອມດ້ວຍຫາດຕື້ນສ່ວນໃຫຍ່ຂອງໝູ່ເກາະໜານຊ່າ ລວມທັງເຂດທະເລທີ່ກ່ຽວຂ້ອງຂອງຈີນ ເຂົ້າໃນເຂດທະເລຂອງຕົນຢ່າງຜິດກົດໝາຍ ເພື່ອປັບປຸງຜົນຂອງການຕັດສິນແບບຜິດກົດໝາຍໃນຄະດີທະເລຈີນໃຕ້ດ້ວຍກົດໝາຍພາຍໃນປະເທດຂອງຕົນ.

ທີສາມ, ຫຼັງຈາກລັດຖະບານຟີລິບປິນຊຸດໃໝ່ຂຶ້ນຮັບຕຳແໜ່ງໃນເດືອນມິຖຸນາປີ 2022 ແລ້ວ, ຟີລິບປິນໄດ້ມີການໄປມາຫາສູ່ກັນເລື່ອຍໆກັບອາເມຣິກາໃນຂົງເຂດການຕ່າງປະເທດ ແລະ ການຮັກສາຄວາມໝັ້ນຄົງ. ເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາປ່າວປະກາດວ່າ: ຈະໃຫ້ການປົກປ້ອງດ້ານຄວາມໝັ້ນຄົງແກ່ຟີລິບປິນ ໂດຍອີງໃສ່ “ສົນທິສັນຍາປ້ອງກັນຮ່ວມກັນອາເມຣິກາ-ຟີລິບປິນ”.

ປັດຈຸບັນ, ຈີນ ແລະ ປະເທດສະມາຊິກອາຊຽນກຳລັງຊຸກຍູ້ການສ້າງ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ສັນຕິພາບ ແລະ ການຮ່ວມມືເປັນສຽງຈາກໃຈຮ່ວມຂອງປະເທດໃນພາກພື້ນນີ້. ຟີລິບປິນຄວນຮັບຮູ້ວ່າ: ອາເມຣິກາບໍ່ແມ່ນປະເທດລັດທິສາກົນທີ່ບໍ່ເຫັນແກ່ຕົວ. ຟີລິນປິນຊູທຸງແລ່ນນຳໜ້າໝູ່ ເພື່ອສະໜັບສະໜູນແຜນການຍຸດທະສາດຂອງອາເມຣິກາ ກໍຊ່ຳກັບວ່າການເຂົ້າຮ່ວມການພະນັນຄັ້ງໜຶ່ງທີ່ທຸ່ມສຸດຕົວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn