ພາສາລາວ

ເຊີນທ່ານຕິດຕາມຮັບພັດສະດຸໄປສະນີດ່ວນຈາກຊາຍແດນຈີນ-ລາວ

CRI2024-03-04 16:06:13
Share
Share this with Close
Messenger Pinterest LinkedIn

ວັນທີ 1 ມີນານີ້, ບໍລິສັດເສັ້ນທາງລົດໄຟລາວຈີນໃຫ້ຮູ້ວ່າ, ເລີ່ມແຕ່ວັນທີ 20 ກຸມພາ 2024 ເປັນຕົ້ນມາ, ບໍລິສັດເສັ້ນທາງລົດໄຟລາວ-ຈີນທີ່ຮັບຜິດຊອບການເຄື່ອນໄຫວຂອງເສັ້ນທາງລົດໄຟຈີນ-ລາວຕອນໃນປະເທດລາວໄດ້ເປີດບໍລິການສົ່ງເຄື່ອງດ່ວນບົນເສັ້ນທາງລົດໄຟຈີນ-ລາວເປັນຄັ້ງທຳອິດ, ໂດຍສາມາດສົ່ງເຖິງທີ່ໃນມື້ດຽວ. ການບໍລິການນີ້ຈະຊຸກຍູ້ການພັດທະນາຂອງຂະແໜງການການຄ້າເອເລັກໂຕຣນິກຢູ່ປະເທດລາວ, ອຳນວຍຄວາມສະດວກໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ການພັດທະນາເສດຖະກິດຂອງພາກພື້ນ.

ໃນຖານະເປັນພື້ນຖານໂຄງລ່າງອັນສຳຄັນທີ່ເຊື່ອມຕໍ່ປະເທດຈີນ ແລະ ປະເທດລາວ, ນັບແຕ່ການເປີດນຳໃຊ້ເປັນຕົ້ນມາ, ເສັ້ນທາງລົດໄຟຈີນ-ລາວໄດ້ປັບປຸງການບໍລິການຂອງຕົນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການສັນຈອນໄປມາຂອງຜູ້ໂດຍສານ, ການຈໍລະຈອນສິນຄ້າ ແລະ ການແລກປ່ຽນຂໍ້ມູນຂ່າວສານຢ່າງມີປະສິດທິພາບສູງ, ໄດ້ເພີ່ມຄວາມມີຊີວິດຊີວາອັນໃໝ່ເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ໃນດ້ານການຂົນສົ່ງສິນຄ້າ, ນັບແຕ່ການເປີດນຳໃຊ້ເປັນຕົ້ນມາ, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງສິນຄ້າຫຼາຍກວ່າ 33, 059 ລ້ານກວ່າໂຕນ, ໃນນັ້ນປະລິມານຂົນສົ່ງສິນຄ້າຂ້າມຊາດມີເຖິງ 7,509 ລ້ານໂຕນ. ປະເພດສິນຄ້າໄດ້ເພີ່ມຈາກ 10 ກວ່າຊະນິດ ເຊັ່ນ: ປຸຍເຄມີ, ເຄື່ອງໃຊ້ປະຈຳວັນ ແລະອື່ນໆໃນເບື້ອງຕົ້ນຂຶ້ນເປັນ 2.900 ກວ່າຊະນິດ ເຊັ່ນ: ເຄື່ອງເອເລັກໂຕຣນິກ, ເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນ, ໝາກໄມ້ ແລະອື່ນໆ. ໝາກໄມ້ ແລະສິນຄ້າອື່ນໆ ຈາກລາວ, ໄທ ແລະ ປະເທດຕ່າງໆໄດ້ຜ່ານເສັ້ນທາງລົດໄຟຈີນ-ລາວຂົນສົ່ງໄປຮອດນະຄອນຄຸນໝິງແຂວງຢຸນນານຈີນຢ່າງບໍ່ຂາດສາຍ, ແລ້ວສົ່ງໄປຈຳໜ່າຍຢູ່ແຂວງເສສວນ, ແຂວງກວາງຕຸ້ງ ແລະ ແຫ່ງອື່ນໆ, ສ່ວນຜັກ, ໝາກພິລາ, ເຄື່ອງຜະລິດໄຟຟ້າດ້ວຍແສງຕາເວັນ, ເຄື່ອງໄຟຟ້າຂະໜາດນ້ອຍທີ່ໃຊ້ໃນເຮືອນ ແລະ ສິນຄ້າອື່ນໆຂອງຈີນໄດ້ຖືກຂົນສົ່ງໄປຈຳໜ່າຍຢູ່ປະເທດອາຊີຕາເວັນອອກສຽງໃຕ້. ນອກຈາກນັ້ນ, ຮູບແບບໃໝ່ດ້ານການຂົນສົ່ງ, ເຊັ່ນ “ເສັ້ນທາງລົດໄຟຈີນ-ລາວ + ຂະບວນລົດໄຟຈີນ-ເອີຣົບ”, ເຮັດໃຫ້ເວລາຈໍລະຈອນສິນຄ້າລະຫວ່າງຊາດໄວທີ່ສຸດໄດ້ຫຼຸດລົງເຫຼືອພຽງ 15 ມື້, ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຢ່າງມີປະສິດທິພາບສູງ, ສະໜອງຊ່ອງທາງໃໝ່ໃຫ້ແກ່ຜະລິດຕະພັນທີ່ມີເອກະລັກພິເສດຂອງປະເທດຕ່າງໆໃນອາຊີຕາເວັນອອກສຽງໃຕ້ເຊິ່ງລວມທັງປະເທດລາວ ສາມາດເຂົ້າສູ່ຕະຫຼາດເອີຣົບຢ່າງວ່ອງໄວ, ໄດ້ສ້າງກາລະໂອກາດ ແລະ ຜົນປະໂຫຍດທີ່ແທ້ຈິງໃຫ້ກັບວິສາຫະກິດ ແລະ ປະຊາຊົນຂອງປະເທດຕ່າງໆ.

ໃນດ້ານການຂົນສົ່ງຜູ້ໂດຍສານ, ນັບມາຮອດວັນທີ 19 ກຸມພາປີ 2024, ໄດ້ຂົນສົ່ງຜູ້ໂດຍສານເຖິງ 28,897 ລ້ານເທື່ອຄົນ. ເລີ່ມແຕ່ວັນທີ 1 ມັງກອນປີ 2024 ເປັນຕົ້ນມາ, ຜູ້ໂດຍສານບົນເສັ້ນທາງລົດໄຟຈີນ-ລາວມີຈຳນວນຫຼວງຫຼາຍຢ່າງຕໍ່ເນື່ອງ, ສະເລ່ຍແລ້ວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ ໝື່ນຄົນຕໍ່ມື້. ໂດຍແນໃສ່ແກ້ໄຂບັນຫາທີ່ຊື້ປີ້ຍາກຍ້ອນຈຳນວນຜູ້ໂດຍສານຂອງຂະບວນລົດໄຟໂດຍສານສາກົນເພີ່ມຂຶ້ນຫຼາຍ, ນັບແຕ່ວັນທີ 26 ມັງກອນ 2024ເປັນຕົ້ນມາ, ທີ່ນັ່ງສຳລັບຜູ້ໂດຍສານຂ້າມຊາດບົນເສັ້ນທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຈາກ 300 ທີ່ນັ່ງເປັນ 350 ທີ່ນັ່ງ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານຫຼາຍກວ່າເກົ່າໃນການທຽວໄປມາລະຫວ່າງສອງປະເທດຈີນ-ລາວໂດຍລົດໄຟຖ້ຽວນີ້. ໃນເດືອນມັງກອນປີນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ 1,86 ລ້ານເທື່ອຄົນ, ໃນນັ້ນມີຜູ້ໂດຍສານຂ້າມຊາດ 23.000 ເທື່ອຄົນ, ເຊິ່ງມີການເພີ່ມຂຶ້ນຢ່າງພົ້ນເດັ່ນ.

ນອກນີ້, ພາກສ່ວນຄຸ້ມຄອງເສັ້ນທາງລົດໄຟຈີນ-ລາວຍັງໄດ້ລົງເລິກວິເຄາະຕະຫຼາດການທ່ອງທ່ຽວຂ້າມຊາດ ແລະ ຄວາມຕ້ອງການຂອງຜູ້ໂດຍສານ, ອອກແບບເສັ້ນທາງການທ່ອງທ່ຽວຂ້າມຊາດ ແລະ ຜະລິດຕະພັນການທ່ອງທ່ຽວຕ່າງໆຢູ່ລາວ, ເຊັ່ນ: “ດິນແດນເລິກລັບ·ພາບລວມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເປັນເວລາ 12 ວັນ, “ຂີ່ລົດໄຟທ່ຽວປະເທດລາວ” ເປັນເວລາ 7 ວັນ, ແລະອື່ນໆ, ຈັດຕັ້ງຜູ້ໂດຍສານແຫ່ງຕ່າງໆທົ່ວປະເທດຈີນຂີ່ລົດໄຟຄວາມໄວສູງໄປທ່ອງທ່ຽວຢູ່ປະເທດລາວ. ຫວ່າງບໍ່ດົນມານີ້, ກຸ່ມບໍລິສັດເສັ້ນທາງລົດໄຟຈີນສາຂາປັກກິ່ງໃຫ້ຮູ້ວ່າ, ປີ 2024 ກຸ່ມບໍລິສັດທ່ອງທ່ຽວເສັ້ນທາງລົດໄຟຈີນຈະນຳສະເໜີຂະບວນລົດໄຟທ່ອງທ່ຽວທີ່ມີຫົວຂໍ້ວ່າ “ຂີ່ລົດໄຟຕາມເສັ້ນທາງລົດໄຟຈີນ-ລາວ ສຳຜັດກັບປະເທດລາວ” ໃນວັນທີ 18 ມີນານີ້, ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວປັກກິ່ງສາມາດຂີ່ລົດໄຟໄປສຳຜັດກັບແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຢູ່ແຫ່ງຕ່າງໆຂອງລາວໂດຍບໍ່ຕ້ອງປ່ຽນລົດໄຟ.

ເພື່ອອຳນວຍຄວາມສະດວກ ແລະ ປອດໄພໃຫ້ແກ່ປະຊາຊົນລຽບຕາມເສັ້ນທາງລົດໄຟໃນການຂົນສົ່ງສິນຄ້າ, ເລີ່ມແຕ່ວັນທີ 20 ກຸມພາ 2024 ເປັນຕົ້ນໄປ, ໃນຕອນເຊົ້າທຸກມື້, ກ່ອນການອອກເດີນທາງຂອງຂະບວນລົດໄຟຖ້ຽວ K12 ທີ່ຈາກນະຄອນຫຼວງວຽງຈັນໄປສູ່ບໍ່ເຕ່ນ, ແລະ ລົດໄຟຖ້ຽວ K11 ທີ່ຈາກບໍ່ເຕ່ນໄປສູ່ນະຄອນຫຼວງວຽງຈັນ, ພະນັກງານລົດໄຟຈະຂົນເອົາຫີບໄປສະນີດ່ວນທີ່ເຕັມໄປດ້ວຍພັດສະດຸໄປສະນີດ່ວນເຂົ້າໃນຕູ້ລົດໄຟ ແລະ ສົ່ງໄປຈຸດໝາຍປາຍທາງ, ການສົ່ງສິນຄ້າຂະໜາດນ້ອຍແລະຈຳນວນໜ້ອຍຜ່ານເສັ້ນທາງລົດໄຟຈີນ-ລາວຢ່າງປອດໄພ ແລະ ວ່ອງໄວໄດ້ບັນລຸຜົນເປັນຈິງ, ເພື່ອນມິດໃນລາວ ຊື້ເຄື່ອງຜ່ານອິນເຕີເນັດຈາກຈີນ ກໍຈະນັບມື້ນັບສະດວກກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

ງິ້ວທີ່ເປັນມູນເຊື້ອເຂົ້າເຖິງປະຊາຊົນຮາກຖານ

ໝາກເຜັດໄດ້ຊຸກຍູ້ການຟື້ນຟູເສດຖະກິດຂອງຊົນນະບົດ

ລາຍການງານລາຕີສະເຫຼີມສະຫຼອງບຸນເຂົ້າໜົມບົວລອຍປີມັງກອນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn