ພາສາລາວ

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 2 ລ້ານເທື່ອຄົນ

cri2024-03-04 14:28:45
Share
Share this with Close
Messenger Pinterest LinkedIn

ນັບແຕ່ເປີດນຳໃຊ້ຢ່າງເປັນທາງການ ລະຫວ່າງວັນທີ 17 ຕຸລາປີ 2023 ຫາວັນທີ 3 ມີນານີ້, ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ປະຕິບັດງານຢ່ງປອດໄພເປັນເວລາ 139 ວັນແລ້ວ ແລະ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 2.008.387 ເທື່ອຄົນ.

ປັດຈຸບັນ, ຂະບວນລົດໄຟຄວາມໄວສູງທີ່ປະຕິບັດງານຕໍ່ມື້ຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເພີ່ມຈາກ 14 ຂະບວນໃນໄລຍະເລີ່ມຕົ້ນຂຶ້ນເປັນ 40 ຂະບວນ, ມື້ສູງສຸດໄດ້ຂົນສົ່ງຜູ້ໂດຍສານ 21.537 ເທື່ອຄົນ, ຈຳນວນບ່ອນນັ່ງເຕັມສູງສຸດໄດ້ບັນລຸເຖິງ 99,6%.

ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເຊື່ອມຕໍ່ນະຄອນຫຼວງຈາກາຕາ ແລະ ນະຄອນບັນດຸງ ເຊິ່ງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍ, ຄວາມໄວສູງສຸດຂອງລົດໄຟໄດ້ບັນລຸເຖິງ 350 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງແມ່ນສອງປະເທດຈີນແລະອິນໂດເນເຊຍຮ່ວມກັນກໍ່ສ້າງ ແລະ ກຸ່ມປະຕິບັດງານແລະບົວລະບັດຮັກສາຈີນ-ອິນໂດເນເຊຍຮ່ວມກັນປະຕິບັດງານ, ບົວລະບັດຮັກສາ. ພາຍຫຼັງເປີດນຳໃຊ້ທາງລົດໄຟຄວາມໄວສູງສາຍນີ້ແລ້ວ, ເວລາການເດີນທາງລະຫວ່າງນະຄອນຫຼວງຈາກາຕາຫານະຄອນບັນດຸງໄດ້ຫຼຸດລົງຈາກ 3 ຊົ່ວໂມງປາຍໃນອະດີດເຫຼືອພຽງ 46 ນາທີໃນປັດຈຸບັນ. ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ກຸ່ມປະຕິບັດງານແລະບົວລະບັດຮັກສາຈີນ-ອິນໂດເນເຊຍໄດ້ປະຕິບັດວຽກງານຕ່າງໆ ເຊັ່ນ: ການຈັດສັນບັນຊາຂະບວນລົດໄຟ, ການປ້ອງກັນແລະຄວບຄຸມຄວາມສ່ຽງດ້ານຄວາມປອດໄພຢ່າງມີຄຸນນະພາບສູງ. ໃນຂະນະດຽວກັນ, ໄດ້ເອົາໃຈໃສ່ເພີ່ມທະວີການເຝິກອົບຮົມໃຫ້ພະນັກງານຝ່າຍອິນໂດເນເຊຍ, ໄດ້ຍົກ “ອັດຕາສ່ວນ” ແລະ ຄວາມສາມາດດ້ານການປະຕິບັດງານຂອງພະນັກງານອິນໂດເນເຊຍໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ງານວາງສະແດງລົດຍົນເຊີແນວທີ່ອັດສະຈັນ

123全文 3 下一页

Share this story on

Messenger Pinterest LinkedIn