ພາສາລາວ

ຜະລິດຕະພັນໝາກໄມ້ຂອງຈີນ ແລະ ປະເທດອາຊຽນຕ່າງກໍໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ ເຊິ່ງກັນແລະກັນ

CRI2024-02-27 10:29:51
Share
Share this with Close
Messenger Pinterest LinkedIn

ໄລຍະບຸນກຸດຈີນ ພໍດີຖືກກັບລະດູການທີ່ຜະລິດໝາກກ້ຽງນ້ອຍຫວານດີ. ປີນີ້, ໝາກກ້ຽງນ້ອຍລົດຊາດຫວານຫອມດີຂອງເຂດກວາງຊີຈີນໄດ້ສຸກແລ້ວ, ລົດບັນທຸກໝາກກ້ຽງຫວານໄດ້ເດີນທາງອອກຈາກເຂດກວາງຊີໄປສູ່ແຫ່ງຕ່າງໆໃນທົ່ວປະເທດ ຈົນເຖິງປະເທດອາຊີຕາເວັນອອກສຽງໃຕ້. ໃນຊຸມປີຜ່ານມາ, ໝາກກ້ຽງ “ໂວ້ກ່ານ”, ໝາກກ້ຽງນ້ອຍຫວານ, ໝາກມັງກອນ ແລະ ໝາກໄມ້ທີ່ເປັນເອກະລັກຂອງເຂດກວາງຊີໄດ້ຖືກສົ່ງອອກໄປຈຳໜ່າຍຢູ່ຕະຫຼາດປະເທດອາຊຽນເປັນຈຳນວນຫຼວງຫຼາຍ, ເຊິ່ງເປັນຜະລິດຕະພັນໝາກໄທ້ທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍຢູ່ປະເທດອາຊຽນ.

ໝາກທຸລຽນຂອງໄທ, ໝາກກ້ວຍຂອງລາວ, ໝາກເງາະຂອງມະເລເຊຍ, ໝາກມັງກອນຂອງອິນໂດເນເຊຍ, ໝາກລຳໄຍຂອງກຳປູເຈຍ, ໝາກໄມ້ຕ່າງປະເທດທີ່ເຄີຍເຮັດໃຫ້ຜູ້ບໍລິໂພກຊາວຈີນຮູ້ສຶກລາຄາແພງນັ້ນ, ປັດຈຸບັນພວມຄ່ອຍໆເພີ່ມຂຶ້ນໃນຕະຫຼາດ.

ຜູ້ບໍລິໂພກຂອງຈີນ ແລະ ປະເທດອາຊຽນສາມາດບໍລິໂພກໝາກໄມ້ໄດ້ຕາມໃຈມັກ, ທັງໝົດເຫຼົ່ານີ້ແມ່ນບໍ່ສາມາດປັດສະຈາກການຮ່ວມມືລະຫວ່າງຈີນກັບອາຊຽນທີ່ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ຄຽງຄູ່ກັບ “ສັນຍາສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ໄດ້ເສີມຂະຫຍາຍບົດບາດຫຼາຍຂຶ້ນ, ຂະໜາດການຄ້າລະຫວ່າງຈີນ-ອາຊຽນໄດ້ເພີ່ມຂຶ້ນຕື່ມອີກ. ນັບແຕ່ RCEP ມີຜົນສັກສິດເປັນຕົ້ນມາ, ແນວພັນໝາກໄມ້ຂອງອາຊຽນທີ່ໄດ້ຮັບການອະນຸຍາດນຳເຂົ້າສູ່ປະເທດຈີນມີ ໝາກລຳໄຍຂອງກຳປູເຈຍ, ໝາກທຸລຽນຂອງຫວຽດນາມ ແລະອື່ນໆ, ປັດຈຸບັນອາຊຽນມີໝາກໄມ້ສົດ 20 ກວ່າຊະນິດໄດ້ຮັບການອະນຸຍາດນຳເຂົ້າສູ່ຕະຫຼາດຈີນ, ແລະຍັງພວມເພີ່ມຂຶ້ນເລື້ອຍໆ. ເດືອນເມສາປີ 2023, ໝາກມີ້ສົດຂອງມະເລເຊຍໄດ້ຮັບການອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນ, ກາຍເປັນປະເທດທີ 3 ທີ່ໄດ້ຮັບການອະນຸຍາດໃຫ້ສົ່ງອອກໝາກມີ້ຕໍ່ຈີນ ເຊິ່ງຮອງຈາກໄທ ແລະ ຫວຽດນາມ. ນອກນັ້ນ, ຜູ້ປູກໝາກທຸລຽນຂອງມະເລເຊຍມີຫວັງຈະສາມາດສົ່ງອອກໝາກທຸລຽນສົດຕໍ່ຈີນໃນປີ 2024. ນອກນັ້ນ, ຕາມສະຖິຕິຂອງອົງການພາສີແຫ່ງຊາດຫວຽດນາມໃຫ້ຮູ້ວ່າ, ໃນ 10 ເດືອນຂອງປີ 2023, ມູນຄ່າສົ່ງການອອກໝາກໄມ້ ແລະ ຜັກຂອງຫວຽດນາມຕໍ່ຈີນມີເຖິງ 3,2 ຕື້ໂດລາ, ເພີ່ມຂຶ້ນ 165% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ການຈໍລະຈອນສິນຄ້າທີ່ໂລ່ງລ່ຽນກໍເປັນປັດໄຈສຳຄັນທີ່ຜູ້ບໍລິໂພກຂອງຈີນ ແລະ ອາຊຽນສາມາດບໍລິໂພກໝາກໄມ້ໄດ້ຕາມໃຈມັກ. ໝາກໄມ້ທີ່ມາຈາກຈີນ ແລະ ອາຊຽນສາມາດປ້ອນເຂົ້າສູ່ກະຕ່າໝາກໄມ້ຂອງຜູ້ບໍລິໂພກເຊິ່ງກັນແລະກັນ, ນີ້ບໍ່ສາມາດປັດສະຈາກການປັບປຸງພື້ນຖານໂຄງລ່າງ ຢູ່ດ່ານເຂົ້າອອກເມືອງ, ເສັ້ນທາງລົດໄຟ ແລະອື່ນໆ, ພ້ອມດ້ວຍການສະໜັບສະໜູນຈາກນະໂຍບາຍດ້ານການຈໍລະຈອນສິນຄ້າທີ່ກ່ຽວຂ້ອງ. ປັດຈຸບັນ, ການຂົນສົ່ງແບບປະສົມປະສານເສັ້ນທາງລົດໄຟ ແລະ ທາງທະເລຕາມຊ່ອງທາງໃໝ່ທາງທະເລ ແລະທາງບົກພາກຕາເວັນຕົກຂອງຈີນ, ທາງຫຼວງຂ້າມຊາດ, ແລະ ເສັ້ນທາງລົດໄຟຂ້າມຊາດລ້ວນແຕ່ໄດ້ເຮັດວຽກຢ່າງເປັນປົກກະຕິແລ້ວ, ຄົມມະນາຄົມທີ່ສະດວກສະບາຍເຮັດໃຫ້ການຄ້າໝາກໄມ້ລະຫວ່າງຈີນ ແລະ ອາຊຽນມີຄວາມຟົດຟື້ນກວ່າເກົ່າ. ຫຼັງຈາກເປີດນຳໃຊ້ເສັ້ນທາງລົດໄຟຈີນ-ລາວແລ້ວ, ໝາກໄມ້ຊະນິດຕ່າງໆສາມາດຜ່ານເສັ້ນທາງລົດໄຟສາຍນີ້ຂົນສົ່ງໄປຮອດຈີນ ແລະ ປະເທດອາຊຽນ. ການຈໍລະຈອນສິນຄ້າແບບແຊ່ເຢັນໄດ້ສະໜອງການຄ້ຳປະກັນດ້ານເຕັກໂນໂລຊີທີ່ສຳຄັນໃຫ້ແກ່ການສົ່ງອອກ ແລະ ນຳເຂົ້າໝາກໄມ້. ຕົວຢ່າງວ່າ, ເລີ່ມແຕ່ເດືອນທັນວາປີ 2022, ແຂວງເສສວນ ແລະ ກຳແພງນະຄອນຈຸ່ງກິ່ງໄດ້ນຳເຂົ້າໝາກໄມ້ໂດຍຜ່ານຂະບວນລົດໄຟແຊ່ເຢັນຕາມເສັ້ນທາງລົດໄຟຈີນ-ລາວ. ເຊິ່ງຂະບວນລົດໄຟນີ້ໄດ້ນຳໃຊ້ຕູ້ແຊ່ເຢັນປະກອບເຄື່ອງຜະລິດໄຟຟ້າດ້ວຍນ້ຳມັນກາຊວນທີ່ຕິດຕູ້ລົດໄຟ, ສາມາດຕື່ມນ້ຳມັນຢູ່ລະຫວ່າງທາງເພື່ອຮັບປະກັນການຮັກສາອຸນຫະພູມ, ເຊິ່ງສາມາດຮັບປະກັນຄຸນນະພາບຂອງໝາກໄມ້ທີ່ນຳເຂົ້າໄດ້ເປັນຢ່າງດີ.

ຜະລິດຕະພັນໝາກໄມ້ຂອງຈີນ ແລະ ປະເທດອາຊຽນຕ່າງກໍໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກເຊິ່ງກັນແລະກັນ, ຢູ່ເບື້ອງຫຼັງແມ່ນຕະຫຼາດຜະລິດຕະພັນກະສິກຳຂອງຈີນ ແລະ ອາຊຽນທີ່ເປີດກວ້າງກວ່າເກົ່າ. ຈີນ ແລະ ປະເທດອາຊຽນເພີ່ມທະວີການສົ່ງອອກໝາກໄມ້, ບໍ່ພຽງແຕ່ມີຜົນດີຕໍ່ການຍົກສູງລະດັບເສດຖະກິດ ແລະ ລະດັບການຜະລິດຂອງປະເທດທີ່ສົ່ງອອກໝາກໄມ້ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ກະຕ່າໝາກໄມ້ຂອງປະຊາຊົນມີຄວາມອຸດົມສົມບູນຂຶ້ນຕື່ມອີກດ້ວຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດບຸນວັດທີ່ເປັນມູນເຊື້ອສະເຫຼີມສະຫຼອງປີໃໝ່

ສຽງດົນຕີມ່ວນໆມາຮອດແລ້ວ! “ງານລາຕີສະຫຼອງບຸນເຂົ້າໜົມບົວລອຍປີ 2024” ຂອງCMGຈະອອກອາກາດໃນຕອນຄ່ຳມື້ນີ້

ຕີດອກເຫຼັກຕ້ອນຮັບວັນບຸນຂະໜົມບົວລອຍ

ລາຍການງານລາຕີສະເຫຼີມສະຫຼອງບຸນເຂົ້າໜົມບົວລອຍປີມັງກອນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn