ພາສາລາວ

ຕີມໍເລັສເຕຈະເຂົ້າເປັນສະມາຊິກອົງການ WTO ໃນວັນທີ 26 ກຸມພານີ້

CRI2024-02-25 17:02:43
Share
Share this with Close
Messenger Pinterest LinkedIn

ວັນທີ 24 ກຸມພານີ້, ທ່ານໂຢເຊ ຣາໂມສ ໂອຕາ ປະທານາທິບໍດີ ຕີມໍເລັສເຕໄດ້ນຳພາຄະນະຜູ້ແທນໄປຢ້ຽມຢາມສະຫະລັດອາຣັບ ເອມີເຣດ ແລະ ສປປລາວທາງລັດຖະກິດ. ວັນທີ 26 ກຸມພານີ້, ທ່ານຈະເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີອົງການການຄ້າໂລກ ຫຼື WTO ຄັ້ງທີ 13 ທີ່ຈັດຂຶ້ນຢູ່ນະຄອນຫຼວງອາບູດາບີ. ຮອດເວລານັ້ນ, ຕີມໍເລັສເຕຈະເຂົ້າເປັນສະມາຊິກອົງການ WTO ຢ່າງເປັນທາງການ.

ທ່ານໂຢເຊ ຣາໂມສ ໂອຕາກ່າວຜ່ານສື່ສັງຄົມອອນລາຍໃນວັນທີ 24 ກຸມພານີ້ວ່າ: ວັນທີ 26 ກຸມພານີ້, ຄະນະຜູ້ແທນທີ່ນຳພາໂດຍທ່ານຈະເຊັນສັນຍາເຂົ້າເປັນສະມາຊິກອົງການ WTO ຢ່າງເປັນທາງການໃນກອງປະຊຸມລະດັບລັດຖະມົນຕີອົງການ WTO ຄັ້ງທີ 13.

ທ່ານເນັ້ນໜັກວ່າ: ຕີມໍເລັສເຕຈະສຸມໃສ່ປັບປຸງພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ ແລະ ຄວາມສາມາດການບໍລິຫານດ້ວຍຖານະທີ່ເປັນສະມາຊິກອົງການ WTO ເພື່ອຊຸກຍູ້້ຕີມໍເລັສເຕໃຫ້ພັດທະນາເສດຖະກິດ ແລະ ຫັນເປັນຫຼາຍເຄົ້າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສຽງດົນຕີມ່ວນໆມາຮອດແລ້ວ! “ງານລາຕີສະຫຼອງບຸນເຂົ້າໜົມບົວລອຍປີ 2024” ຂອງCMGຈະອອກອາກາດໃນຕອນຄ່ຳມື້ນີ້

123全文 3 下一页

Share this story on

Messenger Pinterest LinkedIn