ພາສາລາວ

ໂຄສົກກອງຕຳຫຼວດປ້ອງກັນຝັ່ງທະເລຈີນບັນລະຍາຍຫຼັກໝັ້ນຂອງຈີນກ່ຽວກັບຟີລິບປິນລ່ວງເຂົ້າເກາະຮວງຢຽນຢ່າງຜິດກົດໝາຍ

cri2024-02-12 14:42:27
Share
Share this with Close
Messenger Pinterest LinkedIn

ທ່ານກ່ານຢວີ ໂຄສົກກອງຕຳຫຼວດປ້ອງກັນຝັ່ງທະເລຈີນກ່າວວ່າ: ນັບແຕ່ວັນທີ 2 ຫາ 9 ກຸມພານີ້, ກຳປັ່ນປ້ອງກັນຝັ່ງທະເລຟີລິບປິນລະຫັດ 9701 ໄດ້ລ່ວງເຂົ້າໄປໃນນ່ານທະເລໃກ້ກັບເກາະຮວງຢຽນຈີນຢ່າງຜິດກົດໝາຍຫຼາຍຄັ້ງ. ພາຍໃຕ້ກໍລະນີທີ່ກ່າວເຕືອນບໍ່ໄດ້ຮັບຜົນ, ກອງຕຳຫຼວດປ້ອງກັນຝັ່ງທະເລຈີນໄດ້ນຳໃຊ້ມາດຕະການທີ່ຄວບຄຸມເສັ້ນທາງການເດີນເຮືອ ແລະຂັບໄລ່ກຳປັ່ນຟີລິບປິນຕາມກົດໝາຍ, ການປະຕິບັດໜ້າທີ່ເປັນແບບວິຊາການ ແລະເປັນແບບສະບັບ. ຈີນມີອະທິປະໄຕທີ່ບໍ່ສາມາດໂຕ້ຖຽງກັນໄດ້ຕໍ່ເກາະຮວງຢຽນ ແລະເຂດທະເລອ້ອມຂ້າງ. ກອງຕຳຫຼວດປ້ອງກັນຝັ່ງທະເລຈີນໄດ້ດຳເນີນການເຄື່ອນໄຫວປົກປັກຮັກສາອະທິປະໄຕ ແລະປະຕິບັດກົດໝາຍຢູ່ນ່ານທະເລຂອງຈີນຕາມກົດໝາຍຢ່າງສະເໝີຕົ້ນສະເໝີປາຍ, ເດັດດ່ຽວປົກປ້ອງອະທິປະໄຕສິດ ແລະຜົນປະໂຫຍດທາງທະເລຂອງຊາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຢູ່ແຫ່ງຕ່າງໆຂອງຈີນຈັດກິດຈະກຳປະເພນີຫຼາກຫຼາຍສີສັນເພື່ອສະຫຼອງບຸນກຸດຈີນ

ຂະແໜງການໂຄມໄຟຊຸກຍູ້ການພັດທະນາຂອງເຂດພູດອຍ

ເປີດກິດຈະກຳແຫ່ຂະບວນ “ຕ້ອນຮັບລະດູບານໃໝ່ຢ່າງອົບອຸ່ນ· ບຸນກຸດຈີນທີ່ມ່ວນຊື່ນ” 2024 ຢູ່ນະຄອນດູໄບ

ຄວາມຮຸ່ງເຮືອງແຫ່ງການເວລາ

ເປີດໜ້າໃໝ່

ປີແຫ່ງຄວາມສາມັກຄີຄືປີໃໝ່ທີ່ມີຄວາມສຸກຫຼາຍທີ່ສຸດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn